ເສດຖະກິດທົ່ວໂລກຈະຖືກຜົນສະທ້ອນຖ້າຫາກອັງກິດອອກຈາກອີຢູ

ເສດຖະກິດທົ່ວໂລກຈະຖືກຜົນສະທ້ອນຖ້າຫາກອັງກິດອອກຈາກອີຢູ - ảnh 1
(ພາບ​ປະ​ກອບອີນ​ເຕີ​ແນັດ)

(vovworld) –​ ​​​ວັນ​ທີ 06/03, ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ເງິນ​ເຢຍ​ລະ​ມັນ Wolfgang Schaeuble ຖື​ວ່າ, ການ​ປ່ອນ​ບັດ​ເພື່ອ​ໃຫ້ອັງ​ກິດ ລາ​ອອກ​ຈາກ​ສະ​ຫະ​ພາບ​ເອີ​ລົບ (ອີ​ຢູ) ຈະ​ສົ່ງ​ຜົນ​ເສຍ​ຫາຍ​ໃຫ້​​ແກ່ພື້ນ​ຖານ​ເສດ​ຖະ​ກິດ​ອັງ​ກິດ, ເອີ​ລົບ ກໍ​ຄື​ທົ່ວ​ໂລກ. ເມື່ອ​ຕອ​ບ​ສຳ​ພາດ​ຕໍ່​ວິ​ທ​ະ​ຍຸ BBC, ເຈົ້າ​ໜ້າ​ທີ່​ດັ່ງ​ກ່າວ​ໄດ້​ເນັ້ນ​ໜັກ​ວ່າ: ບັນ​ດາ​ປະ​ເທດ​ຈະ​ຕ້ອ​ງ​ປະ​ເຊີນ​ໜ້າ​ກັບ​​ການ​ເຈ​ລະ​ຈາ​ຫ​ຍຸ້ງ​ຍາກ​ທີ່​ສຸດ​ທີ່​ແກ່​ຍາວ​ເປັນ​ເວ​ລາ​ຫຼາຍ​ປີ, ສິ່ງ​ດັ່ງ​ກ່າວກ​ໍ​ແມ່ນ​ຄວາມ​ຫຍຸ້ງ​ຍາກ​ທີ່​ໃຫຍ່​ຫຼວງ​​ທີ່​ສຸດສຳ​ລັບອີ​ຢູ. ທ່ານ Schaeuble ໄດ້​ກ່າວ​ເຕືອນ​ສະ​ພາບບໍ່​ແນວ​ແນ່ທີ່​ແກ່​ຍາວ​ຄື​ແນວນັ້ນຈະ​ທຳ​ລາຍບໍ່​ພຽງ​ແຕ່​ເສດ​ຖະ​ກິດ​ຂອງ​ອັງ​ກິດ, ເອີ​ລົບ​ເທົ່​ານັ້ນ, ຫ​າກ​ນັບ​ທັງ​ຖະ​ກິດ​ທົ່ວ​ໂລກ​ອີກ​ດ້ວຍ. ຕາມ​ທ່ານ Schaeuble ແລ້ວ, ເຖິງວ່າ​ອັງ​ກິດ ອາ​ດ​ຈະ​ພົວ​ພັນ​ແລກ​ປ່ຽນ​ດ້ານ​ການ​ຄ້າ​ກັບ​ອີ​ຢູ ພາຍ​ຫຼັງ​ອອກ​ຈາກ​ກຸ່ມ​ກໍ​ຕາມ, ແຕ່​ຈະ​ບໍ່​ມີ​ທ່າ​ແຮງ​ເມື່ອ​ເຂົ້າ​​ເປັນ​ສະ​ມາ​ຊິກ​ຕະ​ຫຼາດ​ລວມ​ຂອງ​ກຸ່ມ, ຖ້າ​ຫາກບໍ່​ຍອມ​ໃຫ້​ພົນ​ລະ​ເມືຶອງ​​ຂອງ​ກຸ່ມໄປ​ມາ​ຢ່າງ​ເສ​ລີ ຫຼື ປະ​ກອບ​​ເຂົ້າງົບ​ປະ​ມານ​​ຂອງອີ​ຢູ. ເຖິງ​ຍ້ອມ​ຮັບ​ວ່າ​ເລື່ອງ​ອັງ​ກິດ​ອອກ​ຈາກ ອີ​ຢູ ຈະເຮັດ​ໃຫ້​ອີ​ຢູ ອ່ອນ​ເພຍ​ລົງ, ແຕ່​ທ່ານ Schaeuble ກໍ​ຢືນ​ຢັນ​ວ່າ, ອີ​ຢູ “ຍົງ​ຄົງ​ຕົວ​ຢູ່”.

ຂ່າວ/ບົດ​ອື່ນ