ເສດຖະກິດຫວຽດນາມ 2018: ກາລະໂອກາດບຸກທະລຸການເຕີບໂຕຂອງທຸລະກິດ

(VOVWORLD) -        ທີ່ກອງປະຊຸມສຳມະນາ ເສດຖະກິດ 2018 ດ້ວຍຫົວຂໍ້ວ່າ: “ ກາລະໂອກາດບຸກທະລຸການເຕີບໂຕຂອງທຸລະກິດ”, ບັນດານັກບັນລະຍາຍຖືວ່າ ປີ 2017 ລັດຖະບານຫວຽດນາມໄດ້ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ກຳລັງໜູນໃຫ້ແກ່ກຸ່ມວິສາຫະກິດ
ເສດຖະກິດຫວຽດນາມ 2018: ກາລະໂອກາດບຸກທະລຸການເຕີບໂຕຂອງທຸລະກິດ - ảnh 1ບັນຍາກາດກອງປະຊຸມສຳມະນາ (ພາບ: hanoimoi.com.vn)

         ດັ່ງນັ້ນ, ປີ 2018  ດ້ວຍຫຼາຍສັນຍານຄວາມເປັນໄປໄດ້ແມ່ນຫຼາຍກວ່າປີ 2017 ນັ້ນ ຈະແມ່ນປີທີ່ມີ ກາລະໂອກາດ ແລະ ບາດກ້າວກະໂດດຂັ້ນໃຫ້ແກ່ພື້ນຖານເສດຖະກິດ. ກອງປະຊຸມສຳມະນາເສດຖະກິດ ໂດຍ ໜັງສືພິມເສດຖະກິດຫວຽດນາມ ໄດ້ສົມທົບກັບຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI)ຈັດຂຶ້ນ, ເຊິ່ງໄດ້ດຳເນີນໃນວັນທີ 20 ມີນາ, ທີ່ນະຄອນໂຮ່ຈີມິນ (ຫວຽດນາມ).

        ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານ ໂງວັນຕ໋ວນ, ຮອງຫົວໜ້າຄະນະເສດຖະກິດສູນກາງ ໃຫ້ຮູ້ວ່າ ປີ 2017 ໄດ້ມີບັນດາຕົວເລກທີ່ໜ້າປະທັບໃຈທີ່ສຸດ: ສຳເລັດ ແລະ ລື່ນກາຍ 13 ຄາດໝາຍ ທີ່ໄດ້ວາງອອກທັງໝົດ, ໃນນັ້ນ GDP ເພີ່ມຂຶ້ນ 6.81%; ສະພາບແວດລ້ອມເສດຖະກິດຂອງຫວຽດນາມ ເພີ່ມຂຶ້ນ ຈາກອັນດັບ 82 ເປັນ ອັນດັບ 68/190 ພື້ນຖານເສດຖະກິດ; ດັດສະນີກຳລັງສາມາດແກ້ງແຍ້ງ ເພີ່ມຂຶ້ນຈາກ 60 ເປັນ 55/137 ພື້ນຖານເສດຖະກິດ… ພ້ອມກັນນັ້ນ, ຫວຽດນາມກໍຕັ້ງໜ້າເຊື່ອມໂຍງ ເຂົ້າກັບສາກົນ ເພື່ອຊຸກຍູ້ການປ່ຽນແປງໃໝ່ ແລະ ມີຫົວຄິດປະດິດສ້າງພາຍໃນປະເທດ. ບັນດາຂີດ ໝາຍນີ້ ໄດ້ປະກອບສ່ວນຊຸກຍູ້ການຮ່ວມສຳພັນເສດຖະກິດຢ່າງແຮງກວ່າ ແລະ ຍົກສູງກຳລັງ ແກ້ງແຍ້ງຂອງຫວຽດນາມໃນຕະຫຼາດໂລກ.

        ກ່ຽວກັບແງ່ຫວັງໃນໄລຍະຈະມາເຖິງ, ທ່ານ ຫວູວຽດງວ້ານ, ສະມາຊິກໜ່ວຍໃຫ້ປຶກສາດ້ານ ເສດຖະກິດຂອງນາຍົກລັດຖະມົນຕີ ຖືວ່າ ປີ 2018 ຈະແມ່ນປີມີທັງກາລະໂອກາດ ແລະ ສິ່ງທ້າທາຍ ສະຫຼັບກັນ. ສຳລັບກາລະໂອກາດ ປີ 2018, ເສດຖະກິດໂລກຈະມີການເຄື່ອນເໜັງຢ່າງຕັ້ງໜ້າກວ່າ ເມື່ອທຽບໃສ່ປີ 2017.

ຕອບກັບ

ຂ່າວ/ບົດ​ອື່ນ