ເສດຖະກິດ​ຫວຽດນາມ ຈະ​ຟື​້ນຕົວ ​ເຖິງ​ວ່າ​ຖືກ​ຜົນ​ສະທ້ອນ​ຈາກ​ໂລກລະບາດ​​ໂຄ​ວິດ - 19 ກໍ​ຕາມ

(VOVWORLD) -  ເສດຖະກິດຫວຽດນາມ ຈະຟື້ນຕົວ ເຖິງວ່າຖືກຜົນສະທ້ອນຈາກໂລກລະບາດໂຄວິດ - 19 ກໍຕາມ. ນີ້ແມ່ນການຕີລາຄາຂອງທະນາຄານໂລກ (WB) ທີ່ໄດ້ຍົກອອກໃນບົດລາຍງານ ເຊິ່ງໄດ້ປະກາດໃນການຖະແຫຼງຂ່າວທາງອອນລາຍໃນວັນທີ 30 ກໍລະກົດ.
ເສດຖະກິດ​ຫວຽດນາມ ຈະ​ຟື​້ນຕົວ ​ເຖິງ​ວ່າ​ຖືກ​ຜົນ​ສະທ້ອນ​ຈາກ​ໂລກລະບາດ​​ໂຄ​ວິດ - 19 ກໍ​ຕາມ - ảnh 1ການຖະແຫຼງຂ່າວທາງອອນລາຍໃນວັນທີ 30 ກໍລະກົດ 

        ບົດລາຍງານຂອງທະນາຄານໂລກ ໄດ້ໃຫ້ສັງເກດວ່າ ເສດຖະກິດຫວຽດນາມ ຍັງຄົງຮັກສາໄດ້ສະພາບການທີ່ຕັ້ງໜ້າໃນສະເພາະໜ້າ ແລະ ໃນໄລຍະກາງ. ໃນເມື່ອສະພາບການໂລກໄດ້ຮັບການປົວແປງເທື່ອລະກ້າວ, ບັນດາການເຄື່ອນໄຫວເສດຖະກິດ ຈະໄດ້ຮັບການຟື້ນຕົວໃນເຄິ່ງທ້າຍຂອງປີ 2020, ພື້ນຖານເສດຖະກິດຫວຽດນາມ ຈະເຕີບໂຕປະມານ 2,8% ໃນປີ 2020 ແລະ 6,8% ໃນປີ 2021. ຖ້າຫາກວ່າ ສະພາບການພາຍນອກບໍ່ມີຄວາມສະດວກປານໃດນັ້ນ, ພື້ນຖານເສດຖະກິດຂອງຫວຽດນາມ ຈະເຕີບໂຕປະມານ 1,5% ໃນປີ 2020 ແລະ 4,5% ໃນປີ 2021.


ຕອບກັບ

ຂ່າວ/ບົດ​ອື່ນ