ເສດຖະກິດຫວຽດນາມຍັງຄົງສືບຕໍ່ບັນລຸໝາກຜົນດີພໍສົມຄວນ

(VOVWORLD) -ວັນທີ 26 ກັນຍາ ຢູ່ ຮ່າໂນ້ຍ, ທະນາຄານພັດທະນາ ອາຊີ (ADB) ຢູ່ ຫວຽດນາມ ໄດ້ປະກາດບົດລາຍງານອັບເດັດສະພາບການພັດທະນາເສດຖະກິດ ຫວຽດນາມ ແລະ ອາຊີ. 
ເສດຖະກິດຫວຽດນາມຍັງຄົງສືບຕໍ່ບັນລຸໝາກຜົນດີພໍສົມຄວນ - ảnh 1 Eric Sidgwick ຜູ້ອຳນວຍການແຫ່ງຊາດຂອງທະນາຄານພັດທະນາ ອາຊີ ປະຈຳຫວຽດນາມ 

   ຕາມບົດລາຍງານແລ້ວ, ບັນດາປະເທດພວມພັດທະນາຢູ່ ອາຊີ ຈະຮັກສາລະດັບເຕີບໂຕຢ່າງວ່ອງໄວກວ່ໃນປີ 2007 ແລະ ປີ 2018. ສຳລັບພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ADB ຄາດຄະເນວ່າຈະບັນລຸລະດັບເຕີບໂຕ 5% ໃນປີນີ້ ແລະ 5,1% ໃນປີຫນ້າ. ໃນພາກສ່ວນອັບເດັບກ່ຽວກັບຫວຽດນາມ, ບົດລາຍງານຂອງ ADB ຕີລາຄາວ່າ ພື້ນຖານເສດຖະກິດຫວຽດນາມ ສືບຕໍ່ບັນລຸໝາກຜົນດີພໍສົມຄວນ ໂດຍບໍ່ຫົວຊາຕໍ່ບາງປັດໄຈບໍ່ດີກໍຄືການຫລຸດຜ່ອນປະລິມານການຂຸດຄົ້ນບໍ່ແຮ່ ແລະ ນ້ຳມັນດິບໃນ 6 ເດືອນຕົ້ນປີ 2017. ກ່າວຄຳເຫັນທີ່ການປະຊຸມຂ່າວ, ທ່ານ Eric Sidgwick, ຜູ້ອຳນວຍການແຫ່ງຊາດຂອງທະນາຄານພັດທະນາ ອາຊີ ປະຈຳຫວຽດນາມ ໃຫ້ຮູ້ວ່າ: ADB ພວມຄາດຄະເນການເຕີບໂຕເສດຖະກິດຂອງຫວຽດນາມ ໃນປີ 2017 ບັນລຸ 6,3% ແລະ ປີ 2018 ບັນລຸ 6,5%. ພື້ນຖານເສດຖະກິດຫວຽດນາມ ສືບຕໍ່ບັນລຸໝາກຜົນດີພໍສົມຄວນ. ເມື່ອໄຈ້ແຍກກ່ຽວກັບສະພາບການພັດທະນາເສດຖະກິດ ຫວຽດນາມ, ທ່ານ Aaron Batten ຜູ້ຊ່ຽວຊານເສດຖະກິດແຫ່ງຊາດ  ADB ປະຈຳຫວຽດນາມ ເນັ້ນຫນັກວ່າ:

         “ຫວຽດນາມ ແມ່ນຫນຶ່ງໃນບັນດາປະເທດນຳຫນ້າກ່ຽວກັບການຟື້ນຕົວດ້ານການຄ້າໃນພາກພື້ນ. ກຳລັງຫນູນການເຕີບໂຕຂອງຫວຽດນາມ ຍັງຄົງໄດ້ຮັບການຮັກສາຢ່າງແຮງ. ບັນດາຂະແຫນງການຜະລິດຕາມການກຳນົດທິດສົ່ງອອກສືບຕໍ່ສວມບົດບາດແມ່ນກຳລັງຫນູນຕົ້ນຕໍໃນການເຕີບໂຕຂອງຫວຽດນາມ. ການສົ່ງອອກຂອງຫວຽດນາມເຕີບໂຕຢ່າງແຮງໃນ 6 ເດືອນຕົ້ນປີ 2017, ເພີ່ມຂຶ້ນ 19% ເມື່ອທຽບໃສ່ 5,7% ຂອງໄລຍະດຽວກັນຂອງປີ 2016. ດ້ານການຄ້າພາຍໃນປະເທດກໍ່ເພີ່ມຂຶ້ນ 7,1% ໃນ 6 ເດືອນຕົ້ນປີ 2017. ຂົງເຂດບໍລິການກໍ່ສືບຕໍ່ເພີ່ມຂຶ້ນຢ່າງແຮງ. ສາຍເຫດຕົ້ນຕໍນັ້ນແມ່ນຍ້ອນການເຄື່ອນໄຫວດ້ານການເງິນທະນາຄານເພີ່ມຂຶ້ນ 7,7% ແລະ ຈຳນວນແຂກທ່ອງທ່ຽວສາກົນມາຫວຽດນາມເພີ່ມຂຶ້ນເຖິງ 30%.”

 

ຕອບກັບ

ຂ່າວ/ບົດ​ອື່ນ