ເສີມຂະຫຍາຍກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດໃນການປ້ອງກັນ ສະກັດກັ້ນໂລກລະບາດໂຄວິດ 19

(VOVWORLD) -ທ່ານນາຍົກລັດຖະມົນຕີ ຟ້າມມີງຈິງ ຮຽກຮ້ອງຕ້ອງມີມາດຕະການຂ້ຽວຂາດ, ເຄັ່ງຄັດ, ມີ ໄຫວພິບ, ປະສິດທິຜົນກວ່າ ເພື່ອຈຳກັດ ສະກັດກັ້ນໂລກລະບາດ
ເສີມຂະຫຍາຍກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດໃນການປ້ອງກັນ ສະກັດກັ້ນໂລກລະບາດໂຄວິດ 19 - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມີງຈິງ ກ່າວຄໍາເຫັນທີ່ກອງປະຊຸມ

ກ່າວຄຳເຫັນສະຫລຸບກອງປະຊຸມທາງອອນລາຍຂອງຄະນະປະຈຳລັດຖະບານ ກັບ 27 ແຂວງ ນະຄອນ ທາງພາກໃຕ້ ຫວຽດນາມ ກ່ຽວກັບວຽກງານປ້ອງກັນ ສະກັດກັ້ນໂລກລະບາດ ໂຄວິດ 19 ຊື່ງດຳເນີນໃນຕອນເຊົ້າວັນທີ 15 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມີງຈິງ ເນັ້ນຫນັກ: ເສີມຂະຫຍາຍກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ, ທັງລະບົບການເມືອງ, ປະຊາຄົມ, ປະຊາຊົນ, ວິສາຫະກິດຈົ່ງມີຄວາມຮັບຜິດຊອບ, ແບ່ງປັນນຳກັນປະຕິບັດການຕ້ານໂລກລະບາດ.

ທ່ານນາຍົກລັດຖະມົນຕີ ຟ້າມມີງຈິງ ຕີລາຄາ: ສະພາບການໂລກລະບາດພວມຜັນແປສັບສົນທີ່ສຸດ ຢູ່ ນະຄອນ ໂຮ່ຈີມິນ ແລະ ບັນດາແຂວງ ທາງທິດຕາເວັນອອກພາກໃຕ້, ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ, ບາງແຂວງ ແຄມທະເລພາກກາງ. ຄາດຄະເນວ່າ ໃນຊຸມມື້ຈະມາເຖິງ ສະພາບການຈະສັບສົນຂຶ້ນຕື່ມ ຖ້າພວກເຮົາບໍ່ມີມາດຕະການແກ້ໄຂຢ່າງມີປະສິດທິຜົນ ແລະ ແຮງກວ່າ. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງຕ້ອງມີມາດຕະການຂ້ຽວຂາດ, ເຄັ່ງຄັດ, ມີໄຫວພິບ, ປະສິດທິຜົນກວ່າ ເພື່ອຈຳກັດ ສະກັດກັ້ນໂລກລະບາດ ຮັບປະກັນຊີວິດຂອງປະຊາຊົນໃຫ້ສະຫງົບສຸກ.

ຕອບກັບ

ຂ່າວ/ບົດ​ອື່ນ