ເສີມຂະຫຍາຍຄຸນຄ່າວັດທະນະທຳຂອງບັນດາເຜົ່າໄຕງວຽນ

ເສີມຂະຫຍາຍຄຸນຄ່າວັດທະນະທຳຂອງບັນດາເຜົ່າໄຕງວຽນ - ảnh 1
ພາບປະກອບ

(vovworld) – ວັນ​ທີ 14/11, ຢູ່​ນະຄອນ ບວນມາ​ຖວດ, ​ແຂວງ ດັກ​ລັກ, ​ໄດ້​ຈັດ​ຕັ້ງ​ການ​ສົນທະນາ​ວິ​ທະຍາ​ສາ​ດກ່ຽວ​ກັບ​ວັດທະ​ນະ​ທຳ ​ໄຕ​ງວຽນ. ບັນດາ​ບົດ​ທາ​ບທາມ​ຄວາມ​ເຫັນ​ໄດ້​ໄຈ້​ແຍກ​ຢ່າງ​ເລິກ​ເຊິ່ງ, ຮອບດ້ານ​ກ່ຽວ​ກັບ​ວິວັດ​ການ​ສ້າງ​ຕັ້ງ, ພັດທະນາ ​ແລະ ສະພາບ​ການ​ຕົວ​ຈິງ​ຂອ​ງ​ເຂ​ດວັດທະ​ນະ​ທຳ ຢູ່ ​ໄຕ​ງວຽນ. ບັນດາ​ບົດ​ທາ​ບທາມ​ຄວາມ​ເຫັນ​ໄດ້​ສຸມ​ໃສ່​ໄຈ້​ແຍ​ກສະພາບ​ຕົວ​ຈິງ​ກ່ຽວ​ກັບ​ວັດທະນະທຳ ​ໄຕ​ງວຽນ ​ແລະ ຍົກ​ອອກ​ມາ​ມາ​​ດຕະການ​ຕ່າງ​ໆເພື່ອ​ອະນຸລັກ​ຮັກສາ, ​ເສີມ​ຂະຫຍາຍ​ບັນດາ​ຄຸນຄ່າ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ໄຕ​ງວຽນ, ປະກອບສ່ວນ​ເຂົ້າ​ໃນ​ການກໍ່​ສ້າງ, ພັດທະນາ​ເສດຖະກິດ - ສັງຄົມ, ຮັບປະກັນ​ການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ​ໃນ​​ເຂດ​ໄຕ​ງວຽນ. ​ເພື່ອ​ຟື້ນ​ຟູ, ​ເພີ່ມ​ພຸ​ນຄຸນ​ສ້າງ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ໄຕ​ງວຽນ, ດຣ ຫວູງອກ​ຮ່ວາງ, ຮອງ​ຫົວໜ້າຜູ້​​ປະຈຳການ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ, ຖື​ວ່າ:

    “ການ​ພັດທະນາ​ຂອງ​ບັນ​ດາ​ເຜົ່າ​ເຂດ​ໄຕ​ງວຽນ​ແມ່ນ​ແກ່ນສານ​ຂອງ​ເລື່ອງ​ລາວ​ວັດທະ​ນະ​ທຳ ​ໄຕ​ງວຽນ. ພາຍຫຼັງ​ກຳນົດ​ຈຸດໝາຍ​ພັດທະນາ​ຕ້ອງ​ຊອກ​ຫາ​ມາດ​ຕະການ​ແກ້​ໄຂ, ​ເຊິ່ງຕົ້ນ​ຕໍ່​ແມ່ນ​ພ້ອມ​ກັນ​ຊອກ​ຫາ​ວິທີ​ເຮັດ​ຄື​ແນວ​ໃດ. ນອກຈາກ​ຄວາມ​ມານະ​ພະຍາຍາມ​ຂອງ​ພໍ່​ແມ່​ປະຊາຊົນ​ຊົນ​ເຜົ່າ​ໄຕ​ງວຽນ​ເອງ, ວຽກ​ງານ​ຕໍ່​ໄປ​ແມ່ນ​ການ​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ພໍ່​ແມ່​ປະຊາຊົນ​ຊົນ​ເຜົ່າ ​ໄຕ​ງວຽນ ພັດທະນາ. ລັດ, ລັດຖະບານ, ປະຊາ​ຄົມ​ບັນດາ​ເຜົ່າ ຫວຽດນາມ ຕ້ອງສ້າງ​​ເງື່ອນ​ໄຂ​ດີ​ທີ່​ສຸດ​ໃຫ້ ​ໄຕ​ງວຽນ ພັດທະນາ.”

ຂ່າວ/ບົດ​ອື່ນ