ເສີມຂະຫຍາຍທຸກແຫຼ່ງກຳລັງ, ເພື່ອການພັດທະນາຂອງປະເທດຊາດ

(VOVWORLD) - ທ່ານ ເລືອງແທັງງິ ໄດ້ທົບທວນຄືນກ່ຽວກັບສະພາບການລວມຂອງປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ການເຄື່ອນໄຫວຂອງຄະນະກຳມະການໃນວຽກງານກ່ຽວກັບຊາວ ຫວຽດນາມ ອາໄສຢູ່່ຕ່າງປະເທດປີ 2018.

ຕອນເຊົ້າວັນທີ 20 ທັນວາ, ຄະນະກຳມະການແຫ່ງລັດກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຈັດຕັ້ງການຖະແຫຼງຂ່າວໂດຍທ່ານເອກອັກຄະລັດຖະທູດ ເລືອງແທັງງິ, ຮອງຫົວໜ້າຄະນະກຳມະການ, ເປັນປະທານ.

        ນະທີ່ນີ້, ທ່ານ ເລືອງແທັງງິ ໄດ້ທົບທວນຄືນກ່ຽວກັບສະພາບການລວມຂອງປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ການເຄື່ອນໄຫວຂອງຄະນະກຳມະການໃນວຽກງານກ່ຽວກັບຊາວ ຫວຽດນາມ ອາໄສຢູ່່ຕ່າງປະເທດປີ 2018. ທ່ານກ່າວວ່າ:

        “ໃນປີ 2017, ພວກຂ້າພະເຈົ້າ ໄດ້ຈັດຕັ້ງເຫດການຢ່າງລຽນຕິດ, ເພື່ອແນໃສ່ສ້າງກາລະໂອກາດ, ເງື່ອນໄຂເພື່ອໃຫ້ພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ພົບປະ, ແລກປ່ຽນກັບອຳນາດການປົກຄອງ ແລະ ປະຊາຊົນຢູ່ພາຍໃນປະເທດ ແລະ ສ້າງຄວາມສະໜິດຕິດພັນ, ສາມັກຄີໃນປະຊາຄົມ. ແຕ່ລະປີ, ພວກຂ້າພະເຈົ້າລ້ວນແຕ່ຈັດຕັ້ງລາຍການ ລະດູບານໃໝ່ແຫ່ງບ້ານເກີດເມືອງນອນ; ຕັ້ງຄ້າຍພັກແລ້ງສະຫງວນໃຫ້ຊາວໜຸ່ມ, ເຍົາວະຊົນ, ອະນຸຊົນທີ່ເປັນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ; ລາຍການຢ້ຽມຢາມ ເຈື່ອງຊາ ແລະ ຮ້ານເວນຍາມ DK1… ”

ຕອບກັບ

ຂ່າວ/ບົດ​ອື່ນ