ເສີມຂະຫຍາຍທີ່ຕັ້ງຂອງຫວຽດນາມຢູ່ບັນດາອົງການຫຼາຍຝ່າຍ

ເສີມຂະຫຍາຍທີ່ຕັ້ງຂອງຫວຽດນາມຢູ່ບັນດາອົງການຫຼາຍຝ່າຍ - ảnh 1
ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ
ຮ່າ​ກິມງອກ

(vovworld) –  ​ເນື່ອງ​ໃນ​ໂອກາດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂັ້ນ​ສູງ​ຊຸດ​ທີ 31 ຂອງ​ສະພາ​ສິດທິ​ມະນຸດ ສປຊ ທີ່ພວມ​ຈັດ​ຂຶ້ນ​ຢູ່ ​ເຊີ​ແນວ, ປະ​ເທດ ສະ​ວິດ, ຫົວໜ​້າຄະນະ​ຜູ້​ແທນ ຫວຽດນາມ, ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຮ່າ​ກິມງອກ ມີ​ບົດ​ຕອບ​ສຳ​ພາດ​ຕໍ່​ວົງ​ການ​ນັກ​ຂ່າວ​ກ່ຽວ​ກັບ​ການ​ຕີ​ລາຄາ​ໄລຍະ 2 ປີທີ່ຫວຽດນາມ ​ກາຍ​ເປັນ​ສະມາຊິກ​ສະພາ​ສິດທິ​ມະນຸດ ສປຊ. ຕາມ​ທ່ານ ຮ່າ​ກິ​ມງອກ ​ແລ້ວ, ຜ່ານ 2/3 ​ໄລຍະ​​ເວລາ​​ທີ່ເປັນ​ສະມາຊິກ​ສະພາ​ສິດທິ​ມະນຸດ, ຫວຽດນາມ ຄ່ອຍໆ​ຢັ້ງຢືນ​ພາບ​ພົ​ດ, ບົດບາດ​ຂອງ​ຕົນ​ຢູ່​ເວທີ​ປາ​ໄສ​ສິດທິ​ມະນຸດ​ແຖວ​ໜ້າ​ຂອງ ສປຊ, ສະ​ແດງ​ທີ່​ຕັ້ງ​ບົດບາດກ້າວ​ຂຶ້ນ​ເທື່ອ​ລະ​ກ້າວ​ດ້ວຍ​ການ​ຮັບ​ຮູ້​ຢ່າງ​ເໝາະ​ສົມ​ຂອງ​ເພື່ອນ​ມິດສາ​ກົນ ​ແລະ ປະຊາ​ຄົມ​ໂລກ. ຫວຽດນາມ ຍາມ​ໃດ​ກໍ່​ສະ​ແດງ​​ໃຫ້​ເຫັນ​ວ່າ​ເປັນສະມາຊິກ​ທີ່ຕັ້ງໜ້າ, ​ເປັນ​ເຈົ້າ​ການ ​ແລະ ມີ​ຄວາມ​ຮັບຜິດຊອບ​ຂອງ ສະພາ​ສິດທິມະນຸດ, ພ້ອມ​ກັບ​ບັນດາ​ປະ​ເທດ ສະມາຊິກ​ອື່ນ​ແກ້​ໄຂ​ບັນດາ​ສິ່ງທ້າ​ທາຍ​ລວມຂອງ​ມະນຸດ​ໃນ​ຂົງ​ເຂດ​ສິດທິ​ມະນຸດ. ​ໄປ​ຄຽງ​ຄູ່​ກັນ​ນັ້ນ, ຫວຽດນາມ ກໍ່​ມີ​ບັນດາ​ການ​ປະກອບສ່ວນຢ່າງ​ແທດ​ຈິງ​ເຂົ້າ​ໃນ​ວິວັດ​ການ​ສ້າງ​ບັນດາ​ມະຕິ, ຂໍ້​ຕົກລົງ​ຂອງ​ສະພາ​ສິດທິ​ມະນຸດ​ຕາມ​ທິດ​ສະໜັບສະໜູນດ້ວຍ​ການສຳ​ພັດ​ຢ່າງມີ​ຄວາມ​ດູ່​ນດ່ຽງ, ຮອບດ້ານ, ຕອບ​ສະໜອງ​ໄດ້​ຄວາມ​ສົນ​ໃຈ, ຜົນ​ປະ​ໂຫຍ​ດຂອງ​ຫຼາຍ​ຝ່າຍ, ມຸ່ງ​ໄປ​ເຖິງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ…ດ້ວຍ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະ​ເທດ​ໃນ​ກຸ່ມ ອາຊີ - ປາຊີ​ຟິກ, ​ນັບແຕ່​ປີ 2016 ນີ້, ຫວຽດນາມ ກາຍ​ເປັນ​ປະ​ເທດຕາງໜ້າ​ຂອງ​ພາກ​ພື້ນ​ໃນ​ກຸ່ມ​ເຮັດ​ວຽກ​ກ່ຽວ​ກັບ​ສະພາບ​ການ. ທ່ານ ຮ່າ​ກິມງອກ ​ໃຫ້​ຮູ້​ວ່າ: ຫວຽດນາມ ​ເຂົ້າ​ຮ່ວມ​ສະພາ​ສິດທິ​ມະນຸດ​ດ້ວຍ​ທັດສະນະ​ຍົກ​ສູງ​ການເຈລະຈາ ​ແລະ ການ​ຮ່ວມ​ມື, ພ້ອມ​ກັນ​ສູ້​ຊົນ​​ເພື່ອ​ຈຸດໝາຍ​ຊຸກ​ຍູ້ ​ແລະ ຮັບປະກັນ​ສິດທິ​ມະນຸດ​ບົນ​ພື້ນຖານ​ການແລກປ່ຽນ, ​ເຄົາລົບ​ນັບຖື​ເຊິ່ງກັນ ​ແລະ ກັນ. ມາ​ຮອດ​ປະຈຸ​ບັນ, ຫວຽດນາມ ​ແມ່ນ​ນັກ​ປະພັນ​ຮ່ວມ​ຂອງ​ມະຕິກ່ວາ 30 ສະບັບ​ກ່ຽວ​ກັບ​ບັນດາ​ເນື້ອ​ໃນ​ຄື​ຮັບປະກັນ​ສິດ​​ໃນ​ການພັດທະນາ, ຕ້ານ​ການ​ໃຊ້​ຄວາມ​ຮຸນ​ແຮງ ​ແລະ ຈຳ​ແນ​ກການ​ປະພຶດ, ຕ້ານ​ການ​ຄ້າ​ມະນຸດ… ປະກອບສ່ວນ​ຍົກ​ສູງ​ສະຕິ​ຄວາມ​ຮັບ​ຮູ້​ລວມຂອງ​ໂລກ​ກ່ຽວ​ກັບບັນດາ​ຄຸນ​ຄ່າ​ສິດທິ​ມະນຸດ.

        ຕາມ​ທ່ານ​ລັດ​ຖະມົນຕີ​ຊ່ວຍ​ວ່າການ ຮ່າ​ກິມງອກ​ ​ແລ້ວ, ​ໃນ​ປີ​ສຸດ​ທ້າຍ​ທີ່ເປັນ​ສະມາຊິກ​ສະພາ​ສິດທິ​ມະນຸດ, ຫວຽດນາມ ຈະ​​ເສີມ​ຂະຫຍາຍ​ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້​ໃນ 2 ປີ​ຜ່ານ​ມາ, ຜ່ານ​ນັ້ນ​ຢັ້ງຢືນ​ທີ່​ຕັ້ງ​ບົດບາດ​ໃໝ່​ຂອງ ຫວຽດນາມ ຢ່າງ​ຕັ້ງໜ້າ, ມີ​ຄວາມ​ຮັບຜິດຊອບ, ພວມ​ກ້າວ​ຂຶ້ນ​ຢ່າງ​ໝັ້ນຄົງ​ເພື່ອ​ຊີວິດ​ທີ່ມີ​ຄວາມວັດທະນາ​ຖາວອນ, ​ເພີ່ມ​ຄວາມຜາ​ສຸກ​ຂອງ​ປະຊາຊົນ​ທຸກ​ຄົນ.

ຂ່າວ/ບົດ​ອື່ນ