ເສີມຂະຫຍາຍທ່າແຮງຂອງລາຍການກະຈາຍສຽງສົດ

(VOVWORLD) - ໃນຂອບເຂດບັນດາການເຄື່ອນໄຫວຢູ່ງານແຂ່ງຂັນກະຈາຍສຽງທົ່ວປະເທດຄັ້ງທີ 13 ປີ 2018 ຢູ່ແຂວງ ເງະອານ, ວັນທີ 02 ພຶດສະພາ, ສະພາກຳມະການຮອບຊິງຊະນະເລີດແຂ່ງຂັນກະຈາຍສຽງສົດໄດ້ກ້າວເຂົ້າສູ່ມື້ເຮັດວຽກທຳອິດ.
ເສີມຂະຫຍາຍທ່າແຮງຂອງລາຍການກະຈາຍສຽງສົດ - ảnh 1 ການແຂ່ງຂັນກະຈາຍສຽງສົດໄດ້ກ້າວເຂົ້າສູ່ມື້ເຮັດວຽກທຳອິດ

ປີນີ້ ຈຳນວນຫົວໜ່ວຍເຂົ້າຮ່ວມການແຂ່ງຂັນກະຈາຍສຽງສົດຫລາຍທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ ດ້ວຍ 33 ລາຍການ. ເນື້ອໃນບັນດາລາຍການໄດ້ສ່ອງແສງຢ່າງພາວະວິໄສ, ແທດຈິງ, ຕິດແທດກັບຊີວິດການເປັນຢູ່ ແລະ ມີລັກສະນະສະຖານະການການເມືອງ. ນັກຂ່າວ ດົງແມ້ງຮຸ່ງ ຫົວໜ້າຄະນະສະຖານະການການເມືອງ VOV1, ວິທະຍຸກະຈາຍສຽງ ຫວຽດນາມ, ສະມາຊິກຄະນະກຳມະການກະຈາຍສຽງສົດໃຫ້ຂໍ້ສັງເກດວ່າ:

        “ເມື່ອທຽບໃສ່ຊຸມປີກ່ອນນີ້ ຂ້າພະເຈົ້າເຫັນວ່າ ມີຄວາມເປັນທັນສະໄໝກ່ວາ ແລະ ພິເສດແມ່ນປີນີ້ ເຂົາເຈົ້າໄດ້ນຳໃຊ້ທ່າໄດ້ປຽບຈາກອິນເຕີແນັດ, ສື່ສັງຄົມອອນລາຍໃນການປະຕິບັດ Livestream ບັນດາລາຍການ, ຈາກນັ້ນ ສ້າງໄດ້ການກະທົບຕອບ, ປະກອບຄຳຄິດເຫັນເຂົ້າລາຍການ. ພິເສດແມ່ນປີນີ້ ບັນດາວິທະຍຸ, ບັນດາລາຍການເຂົ້າຮ່ວມໄດ້ໃຫ້ບຸລິມະສິດແກ່ການເຂົ້າຮ່ວມຂອງທ່ານຜູ້ຟັງ, ການເຂົ້າຮ່ວມຂອງທ່ານຜູ້ຟັງໄດ້ສ້າງໃຫ້ລາຍການມີຈັບອົກຈັບໃຈ, ດຶງດູດທ່ານຜູ້ຟັງ, ຜູ້ຊົມຢູ່ແຂ່ງຂັນກະຈາຍສຽງ”.

        ພິທີໄຂງານແຂ່ງຂັນກະຈາຍສຽງຢ່າງເປັນທາງການຈະດຳເນີນໃນເວລາ 20 ໂມງຕອນຄ່ຳວັນທີ 03 ພຶດສະພາ ຢູ່ຫໍວັດທະນະທຳແຮງງານແຂວງ ເງະອານ.

ຕອບກັບ

ຂ່າວ/ບົດ​ອື່ນ