ເສີມຂະຫຍາຍນໍ້າໃຈອາສາສະໝັກ, ປະຈັນບານຂອງ ປັນຍາຊົນວິທະຍາສາດໜຸ່ມຢູ່ເຂດຫ່າງໄກຊອກຫຼີກ

(VOVWORLD) -ເພື່ອແນໃສ່ເສີມຂະຫຍາຍນໍ້າໃຈອາສາສະໝັກ, ປະຈັນບານຂອງປັນຍາຊົນວິທະຍາສາດໜຸ່ມ, ຄະນະຊາວໜຸ່ມນະຄອນ ໂຮ່ຈີມິນ ໄດ້ປະຕິບັດລາຍການ ປັນຍາຊົນວິທະຍາສາດໜຸ່ມອາສາສະໝັກນະຄອນ ຄ້ັງທີ 9 ປີ 2018 ຢູ່ເມືອງ ດັກເກີລອງ, ແຂວງດັກນົງຂອງ ຫວຽດນາມ. 

ເສີມຂະຫຍາຍນໍ້າໃຈອາສາສະໝັກ, ປະຈັນບານຂອງ ປັນຍາຊົນວິທະຍາສາດໜຸ່ມຢູ່ເຂດຫ່າງໄກຊອກຫຼີກ - ảnh 1 (ພາບປະກອບ: giaoducthoidai.vn)

ໂດຍຈະໄດ້ດໍາເນີນແຕ່ວັນທີ  20 ກໍລະກົດ - 12 ສິງຫາ, ລາຍການປີນີ້ ໄດ້ດຶງດູດການເຂົ້າຮ່ວມຂອງ ປັນຍາຊົນວິທະຍາສາດໜຸ່ມ 40 ຄົນ ເຊິ່ງໂດຍແມ່ນພະນັກງານ ສັງກັດຢູ່ສູນພັດທະນາວິທະຍາສາດ ແລະ ເຕັກໂນໂລຢີໜຸ່ມ, ສະມາຊິກສະໂມສອນບັນດານັກວິທະຍາສາດໜຸ່ມ, ຜູ້ຮັບຜິດຊອບຫົວເລື່ອງຄົ້ນຄວ້າ ລາຍການ ໜູນຊ່ວຍການເຄື່ອນໄຫວຄົ້ນຄວ້າ, ການປະດິດຄິດສ້າງວິທະຍາສາດ ແລະ ເຕັກໂນໂລຢີໜຸ່ມ, ພະນັກງານ, ຄູອາຈານ, ນັກສຶກສາຢູ່ບັນດາອົງການ, ສູນຕ່າງໆ, ສະຖາບັນຄົ້ນຄວ້າ, ມະຫາວິທະຍາໄລ, ສະຖາບັນ ໃນບໍລິເວນນະຄອນ.

        ເຂົ້າຮ່ວມລາຍການອາສາສະໝັກ, ປັນຍາຊົນວິທະຍາສາດໜຸ່ມ ຈະເຂົ້າຮ່ວມການສິດສອນ, ຝຶກອົບຮົມ, ຖ່າຍທອດໝາກຜົນແຫ່ງການຄົ້ນຄວ້າວິທະຍາສາດເຕັກນິກ ແລະ ເຕັກໂນໂລຢີໃນຂະແໜງການກະສິກໍາ, ສຸມໃສ່ຈັດຕັ້ງບັນດາຊຸດຝຶກອົບຮົມຫົວເລື່ອງສະເພາະ ກ່ຽວກັບຂະແໜງກະສິກໍາ; ເຜີຍແຜ່ການນໍາໃຊ້ຄອມພິວເຕີ ແລະ ອິນເຕີເນັດ ໃຫ້ນັກຮຽນຢູ່ບັນດາໂຮງຮຽນ ຢ່າງທົ່ວເຖິງ, ມອບຄອມພິວເຕີໃຫ້ບັນດາຕາແສງ ທີ່ປະສົບກັບຄວາມຫຍຸ້ງຍາກພິເສດ ໃນບໍລິເວນເມືອງດັກເກີລອງ. ພ້ອມກັນນັ້ນ, ບັນດານັກຮົບອາສາສະໝັກ ຍັງໄດ້ຈັດຕັ້ງບັນດາທິມງານການແພດລົງກວດ,  ປິ່ນປົວພະຍາດ ແລະ ແຈກຢາຍຢຸກຢາໂດຍບໍ່ເສຍຄ່າ ໃຫ້ແກ່ປະຊາຊົນ, ມອບຂອງຂວັນໃຫ້ບັນດາຄອບຄົວທຸກຍາກໃນບໍລິເວນຕາແສງດັກສອມ ແລະຕາແສງ ກວ໋າງເຄ, ຈັດຕັ້ງທິມງານໄປໂຄສະນາເຜີຍແຜ່, ສ້າງແວັບໄຊ ແລະ ປື້ມຄູ່ມືການທ່ອງທ່ຽວໂຄສະນາກ່ຽວກັບຄວາມສາມາດບົ່ມຊ້ອນຂອງທ້ອງຖິ່ນ...

ຕອບກັບ

ຂ່າວ/ບົດ​ອື່ນ