ເສີມ​ຂະຫຍາຍ​ບົດບາດ​ຂອງ ​ການ​ຕ່າງປະ​ເທດ​ຫຼາຍ​ຝ່າຍ ​ໃນ​ການ​ສ້າງສາ​ແລະ ພັດທະນາ​ປະ​ເທດ​ຊາດ


ເສີມ​ຂະຫຍາຍ​ບົດບາດ​ຂອງ ​ການ​ຕ່າງປະ​ເທດ​ຫຼາຍ​ຝ່າຍ ​ໃນ​ການ​ສ້າງສາ​ແລະ ພັດທະນາ​ປະ​ເທດ​ຊາດ - ảnh 1

ຜູ້​ແທນ​ເຂົ້າຮ່ວມ​ກອງ​ປະຊຸມ

(ພາບ: vov)

(vovworld) – ຕອນ​ເຊົ້າວັນ​ທີ 12/8, ຢູ່​ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕິ​ນຢຸງ ​ໄດ້​ເຂົ້າ​ຮ່ວມກອງ​ປະຊຸມ​ການ​ຕ່າງປະ​ເທດ​ຫຼາຍ​ຝ່າຍ​ສັດຕະວັດ​ທີ 21 ​ແລະ ສະ​ເໜີ​ນະ​ໂຍບາຍ​ສຳລັບ​ຫວຽດນາມ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕິ​ນຢຸງ ​ໃຫ້​ຂໍ້​ສັງ​ເກດ​ວ່າ, ການ​ຕ່າງປະ​ເທດ​ຫຼາຍ​ຝ່າຍນັບ​ມື້​ນັບ​ຢັງຢືນ​ບົດບາດ, ທີ່​ຕັ້ງຂອງ​ຕົນ​ໃນ​ຊີວິດ​ການ​ເມືອງ-​ເສດຖະກິດ-​ການ​ຕ່າງປະ​ເທດ​ຂອງ​ໂລກ ​ແລະ ກໍ່​ແມ່ນ​ພາກສ່ວນ​ສຳຄັນ​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ ​ແລະ ​ເຊື່ອມ​ໂຍງ​ເຂົ້າກັບ​ໂລກ​ຂອງ​ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕິ​ນຢຸງ ​ເນັ້ນໜັກ​ວ່າ, ການ​ຕ່າງປະ​ເທດ​ຂອງ​ຫວຽດນາມ, ​ໃນ​ນັ້ນມີ​ການ​ຕ່າງປະ​ເທດ​ຫຼາຍ​ຝ່າຍ​ໄດ້​ປະກອບສ່ວນ​ຢ່າງ​ໃຫ່ຍຫຼວງ​ໃຫ້​ແກ່​ ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.

  ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕິ​ນຢຸງ ຊີ້​ແຈ້ງວ່າ, ບົນ​ພື້ນຖານ​ບັນດາ​ແຜນ​ນະ​ໂຍບາຍ​ຂອງ​ພັກ ​ແລະ ທ່າ​ອ່ຽງລວມຂອງ​ໂລກ, ຕ້ອງ​ກຳນົດການ​ຕ່າງປະ​ເທດ​ຫຼາຍ​ຝ່າຍ​​ແມ່ນ​ພາກສ່ວນ​ສຳຄັນ​ໃນ​ນະ​ໂຍບາຍ​ການ​ ຕ່າງປະ​ເທດ ​ແລະ ​ເຊື່ອມ​ໂຍງ​ເຂົ້າກັບ​ໂລກ​ຂອງ​ຫວຽດນາມ. ບັນດາ​ລະບອບ, ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ​​ແມ່ນ​ບ່ອນ​ທີ່  ຫວຽດນາມ ປົກ​ປັກ​ຮັກສາ ​ແລະ ຊຸກ​ຍູ້​ບັນດາ​ຜົນ​ປະ​ໂຫຍ​ດຈາກຄວາມ​ສະຫງົບ ​ແລະ ການ​ພັດທະນາ, ຍົກ​ສູງ​ທີ່​ຕັ້ງ​ບົດບາດ​ຂອງ​ຕົນ​ບົນ​ພື້ນຖານມີ​ຄວາມ​ກົມ​ກ່ຽວ​ດ້ານ​ຜົນ​ປະ​ໂຫຍ​ດລວມ, ພ້ອມ​ກັນ​ແກ້​ໄຂ​ບັນດາ​ການ​ທ້າ​ທາຍ​ທ່ົວ​ໂລກ ​ແລະ ກໍ່ສ້າງ​ກາ​ນພົວພັນ​ຄູ່​ຮ່ວມ​ມື​ສະ​ເໝີ​ພາບ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດບົນ​ພື້ນຖານ​ຍົກ​ສູງ​ບົດບາດ​ຂອງ​ກົດໝາຍ​ສາກົນ. ພ້ອມ​ກັນ​ນັ້ນ, ນີ້​ກໍ່​ແມ່ນ​ບ່ອນທີ່ ຫວຽດນາມ ສະ​ແດງ​ຈິດ​ໃຈ “ຫວຽດນາມ ​ແມ່ນ​ເພື່ອນມິດ, ຄູ່​ຮ່ວມ​ມື​ທີ່ໜ້າ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ​ແມ່ນ​ສະມາຊິກ​ມີ​ຄວາມ​ຮັບຜິດຊອບ​ໃນ​ປະຊາ​ຄົມ​ໂລກ”. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ, ຢືນຢັນ​ວ່າ:

“​ໃນ​ພາລະກິດ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ຂອງ​ປະ​ເທດ​ຊາດ, ພິ​ເສດ​ແມ່ນ​ໃນ​ສະພາບ​ການ​ທະ​ເລ​ຕາ​ເວັນ​ອອກ​ໃນ​ປະຈຸ​ບັນ, ພວກ​ເຮົາ​ຕ້ອງ​ຖື​ບົດບາ​ດ, ສຽງ​ເວົ້າ​ຂອງ​ບັນດາ​ອົງການ ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ, ພິ​ເສດ​ແມ່ນ​ສະຫະ​ປະຊາ​ຊາດ, ອາ​ຊຽນ, ຂະ​ບວນການ​ບໍ່​ຮ່ວມ​ກຸ່ມ​ເປັນ​ສຳຄັນ. ດ້ວຍຄວາມ​ສະມັກ​ຄີ, ສະໜັບສະໜູນ​ຢ່າງ​ແຮງ​ຈາກເພື່ອນ​ມິດສາ​ກົນ​ຢູ່​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ​ທີ່​ມີ​ຕໍ່​ຫຼັກ​ໝັ້ນ​ເປັນ​ທຳ​ຂອງ ຫວຽດນາມ ​ໄດ້​ປະກອບສ່ວນ​ສຳຄັນ ​ເພື່ອຍົກ​ສູງ​ແຜນ​ນະ​ໂຍບາຍ​ແກ້​ໄຂຄວາມ​ຂັດ​ແຍ້​ງກັນ​ຜ່ານ​ບັນດາ​ມາດ​ຕະການ​ດ້ວຍ​ສັນຕິ​ວິທີບົນ​ພື້ນຖານ​ເຄົາລົບ​ກົດໝາຍ​ສາກົນ, ບັນດາ​ຫຼັກການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ພາກ​ພື້ນ, ບໍ່​ນຳ​ໃຊ້​ກຳລັງ​ອາວຸດ ຫຼື ນາບ​ຂູ່​ນຳ​​ໃຊ້​ກຳລັງ​ອາວຸດ.”

ຂ່າວ/ບົດ​ອື່ນ