ເສີມຂະຫຍາຍບົດບາດຂອງ ຊາວໜຸ່ມໃນເຂດ 3 ຫລ່ຽມ ພັດທະນາ

ຕອນ​ເຊົ້າວັນ​ທີ 8/12, ຢູ່​ແຂວງ ​ອັດ​ຕະປຶ, ​ເວທີ​ປາ​ໄສ​ຊາວ​ໜຸ່ມ ​ເຂດ 3 ຫລ່ຽມ ພັດທະນາ 3 ປະ​ເທດ ກຳປູ​ເຈຍ - ລາວ - ຫວຽດນາມ (ຫລື CLV) ​ໄດ້​ປຶກສາ​ຫາລື​ບັນດາ​ຫົວ​ເລື່ອງ​ສະ​ເພາະ ກ່ຽວ​ກັບ​ບົດບາດ​ຂອງ​ຊາວ​ໜຸ່ມ​ໃນ​ເຂດ ​ໃນ​ການ​ເສີມ​ຂະຫຍາຍ​ນ້ຳ​ໃຈ​ສະມັກ​ຄີ, ການ​ຮ່ວມ​ມື​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ​​ເປັນເພື່ອ​ນທີ່​ດີ​ຂອງ​ກັນ, ບົດບາດ​ຂອງ​ຊາວ​ໜຸ່ມ​ໃນ​ການ​ປະກອບສ່ວນ​ພັດທະນາ​ວິຊາ​ຊີບ ​ແລະ ຫລຸດຜ່ອນ​ຄວາມທຸກ​ຍາກ, ບົດບາດ​ຂອງ​ຊາວ​ໜຸ່ມ​ໃນ​ການ​ສົ່ງ​ເສີມ ​ເພື່ອ​ໃຫ້ ​ເຂດ 3 ຫລ່ຽມ​ພັດທະນາ​ກາຍ​ເປັນ​ເຂດ​ທ່ອງ​ທ່ຽວ​ທີ່​ເປັນ​ເອກະລັກ​ສະ​ເພາະ​ໃຫ້​ແກ່​ລຸ້ມໜຸ່ມ. ສິ້ນ​ສຸດ​ເວທີ​ປາ​ໄສ, 2 ຝ່າຍ​ໄດ້​ລົງ​ນາມ​ໃນ​ຖະ​ແຫລ​ງການ​ຮ່ວມ​ຢັ້ງຢືນ​ການ​ເພິ່ມທະວີ​ເປີດ​ກ້ວາງ​ການ​ຮ່ວມ​ມື​ຂອງ​ຊາວ​ໜຸ່ມ​ໃນ​ຫຼາຍ​ຂົງ​ເຂດ ​ຈາກສູນ​ກາງ ລົງ​ຮອດ​ທ້ອງ​ຖິ່ນ.

ຂ່າວ/ບົດ​ອື່ນ