ເສີມຂະຫຍາຍບົດບາດຂອງຊາວໜຸ່ມໃນການພັດທະນາເສດຖະກິດ

ເສີມຂະຫຍາຍບົດບາດຂອງຊາວໜຸ່ມໃນການພັດທະນາເສດຖະກິດ - ảnh 1
(​ພິທີ​ລົງ​ນາມ​ໂຄງການ​ສົມທົບ​ກັນ “ເສີມ​ຂະຫຍາຍ​ບົດບາດ​ຂອງຊາວ​ໜຸ່ມ​
ໃນ​ການ​ເຂົ້າ​ຮ່ວມ​ການ​ກໍ່ສ້າງ ​ແລະ ​ພັດ​ທະ​ນາ​ເສດຖະກິດລວມໝູ່​​ໄລຍະ​ປີ 2013 - 2017”)


(vovworld) - ວັນ​ທີ 21/05, ຢູ່​ຮ່າ​ໂນ​້ຍ, ສູນ​ກາງ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈິ​ມິນ ​ແລະ ກະຊວງ​ແຜນການ ​ແລະ ການ​ລົງທຶນ​ຫວຽດນາມ ​ໄດ້​ຈັດ​ພິທີ​ລົງ​ນາມ​ໂຄງການ​ສົມທົບ​ກັນ “ເສີມ​ຂະຫຍາຍ​ບົດບາດ​ຂອງຊາວ​ໜຸ່ມ​ໃນ​ການ​ເຂົ້າ​ຮ່ວມ​ການ​ກໍ່ສ້າງ ​ແລະ ​ພັດ​ທະ​ນາ​ເສດຖະກິດລວມໝູ່​​ໄລຍະ​ປີ 2013 - 2017”. ກ່າວ​ຄຳ​ເຫັນ​ທີ່​ພິທີ​ລົງ​ນາມ, ທ່ານຫງວຽນ​ດັກ​ວິ​ງ, ​ເລຂາ​ທີ​ໜຶ່ງ​ສູນ​ກາງ​ຊາວ​ໜຸ່ມ ​ໃຫ້​ຮູ້​ວ່າ; ​ໃນ​ໄລຍະ​ຜ່ານ​ມາ, ພາຍ​ໃຕ​້ການ​ໜູນ​ຊ່ວຍ​ຂອງ​ກະຊວງ​ແຜນການ ​ແລະ ການ​ລົງທຶນ, ຄະນະ​ຊາວ​ໜຸ່ມ​ໄດ້​ກໍ່ສ້າງ​ໄດ້​ບັນດ​າ​ແຜນ​ຮ່າງ​ຄື; ຄະນະ​ຊາວ​ໜຸ່ມ​ເຂົ້າ​ຮ່ວມ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ​ໄວ​ໜຸ່ມ​ກັບ​ວັດທະນະທຳ​ຄົມ​ມະ​ນາ​ຄົມ, ​ແຜນ​ຮ່າງ​ໝູ່​ບ້ານ​ໄວ​ໜຸ່ມ​ກໍ​ຮ່າງສ້າງ​ຕົວ... ທ່ານຫງວຽນ​ດັກ​ວິ​ງ ຖື​ວ່າ.

        “​ໃນ​ສະພາບ​ຕົວ​ຈິງ ບັນດາ​ອົງການ​ຊາວ​ໜຸ່ມ​ຂັ້ນ​ຮາກ​ຖານ ກໍ​ຄື​ຊາວ​ໜຸ່ມ​ສຳ​ຜັດ​ກັບ​ວຽກ​ງານ​ນີ້​ໃນ​ເບື້ອງຕົ້ນ. ທີ່​ໜຶ່ງ​​ແມ່ນ ສ້າງ​ບັນດາ​ກຸ່ມ​ຮ່ວມ​ມື​ປະຕິບັດ​ການ​ບໍລິການ​ກະສິກຳ​ຕ່າງໆ ​ຊາວ​ໜຸ່ມ​ໃນ​ປະຈຸ​ບັນ​ກໍ​ມີ​ສະຕິ​ເຊິ່ງກັນ ​ແລະ ກັນ​ໃນ​ການ​ກູ້​ຢືມທຶນ, ຫຼື ຊອກ​ຫາ​ບັນດາ​ແຫຼ່ງທຶນ​ເພື່ອ​ຊື້​ເຄື່ອງ​ຈັກກະ​ສິກຳ ​ເພື່ອ​ເຂົ້າ​ຮ່ວມ​ບັນດາ​ການ​ບໍລິການ​ກະສິກຳ. ​ໃນ​​ໄລ​ຍະ​ມໍ່ໆ​ມາ​ນີ້ ​ໄວ​ໜຸ່ມ​ໄດ້​ເຕົ້າ​ໂຮມ​ກັນ​ເພື່ອ​ກູ້ຢືມທຶນ ​ແລະ ຈັດ​ຕັ້ງ​ບັນດາ​ຮູບ​ແບບ​ລ້ຽງ, ປູກ​ສິນ​ໃນ​ນ້ຳ ດ້ວຍ​ທຶນ​ບໍ່​ຫຼາຍ​ປານ​ໃດ ​ແຕ່​ໄດ້​ຂະຫຍາຍຮູບ​ການ​ໃຫ້​ແກ່​ຕົນ”.

ຂ່າວ/ບົດ​ອື່ນ