ເສີມຂະຫຍາຍບົດບາດຂອງສະພາເດັກນ້ອຍໃຫ້ຫຼາຍກວ່າ

(VOVWORLD) -ພາຍຫຼັງປະຕິບັດທົດລອງເປັນເວລາ 2 ປີ, ຢູ່ 5 ແຂວງ, ນະຄອນຄື: ອຽນບ໊າຍ, ຮ່າໂນ້ຍ, ກວາງນິງ, ບິ່ງດິ້ງ ແລະ ນະຄອນໂຮ່ຈິມິນ, ຮູບແບບສະພາເດັກນ້ອຍຂັ້ນແຂວງບັນລຸໄດ້ຜົນງານພໍສົມຄວນຫຼາຍຢ່າງ.

ເສີມຂະຫຍາຍບົດບາດຂອງສະພາເດັກນ້ອຍໃຫ້ຫຼາຍກວ່າ - ảnh 1ກອງປະຊຸມສຳມະນາ “ບົດຮຽນໃນການຜັນຂະຫຍາຍຮູບແບບສະພາເດັກນ້ອຍ”

(ພາບ: tuoitrethudo.com.vn)

ຕອນເຊົ້າວັນທີ 30 ກໍລະກົດ, ຢູ່ຮ່າໂນ້ຍ, ສະພາເດັກນ້ອຍສູນກາງ ໄດ້ສົມທົບກັບກຳມາທິການວັດທະນະທຳ, ສຶກສາ, ຊາວໜຸ່ມ, ເຍົາວະຊົນ ແລະ ອະນຸຊົນຂອງສະພາແຫ່ງຊາດ, ອົງການຈັດຕັ້ງ Plan International Vietnam (ອົງການບໍ່ຂຶ້ນກັບລັດຖະບານ) ຈັດຕັ້ງກອງປະຊຸມສຳມະນາ “ບົດຮຽນໃນການຜັນຂະຫຍາຍຮູບແບບສະພາເດັກນ້ອຍ”.

        ຕາມການຕີລາຄາຂອງບັນດາຜູ້ແທນແລ້ວ, ພາຍຫຼັງປະຕິບັດທົດລອງເປັນເວລາ 2 ປີ, ຢູ່ 5 ແຂວງ, ນະຄອນຄື: ອຽນບ໊າຍ, ຮ່າໂນ້ຍ, ກວາງນິງ, ບິ່ງດິ້ງ ແລະ ນະຄອນໂຮ່ຈິມິນ, ຮູບແບບສະພາເດັກນ້ອຍຂັ້ນແຂວງບັນລຸໄດ້ຜົນງານພໍສົມຄວນຫຼາຍຢ່າງ. ເດັກນ້ອຍມີໂອກາດໄດ້ແລກປ່ຽນຄຳເຫັນ, ຄວາມມຸ່ງມາດປາດຖະໜາ ແລະ ສະເໜີບັນດາບັນຫາໂດຍເລີ່ມມາຈາກການດຳລົງຊີວິດທີ່ກ່ຽວຂ້ອງເຖິງການຮ່ຳຮຽນ, ລະຫຼີ້ນ, ບັນເທິງ…

        ຈາກບັນດາໝາກຜົນນັ້ນ, ໄລຍະ 2019 – 2021, ຄະນະເລຂາສູນກາງຊາວໜຸ່ມ, ສະພາເດັກນ້ອຍສູນກາງ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳກັບອົງການຈັດຕັ້ງ Plan International Vietnam ສືບຕໍ່ໜູນຊ່ວຍສ້າງຕັ້ງສະພາເດັກນ້ອຍຂັ້ນແຂວງ ຢູ່ 5 ແຂວງ, ນະຄອນອື່ນ. ທ່ານນາງ ເລທິກີມລານ, ຜູ້ຕາງໜ້າອົງການຈັດຕັ້ງ Plan International Vietnam, ໃຫ້ຮູ້ວ່າ.

        “ໃນໂຄງການຮ່ວມມື, ພວກຂ້າພະເຈົ້າຢາກທົດລອງຈັດຕັ້ງກອງປະຊຸມສະພາແຫ່ງຊາດກັບເດັກນ້ອຍ. ປີນີ້ແມ່ນປີທຳອິດຈັດຕັ້ງ. ພວກຂ້າພະເຈົ້າກໍ່ຈະໜູນຊ່ວຍເພື່ອສ້າງບັນດາເອກະສານໃຫ້ສົມບູນແບບ. ຢູ່ 5 ແຂວງທີ່ຜັນຂະຫຍາຍໄລຍະໃໝ່, ພວກຂ້າພະເຈົ້າຈະໜູນຊ່ວຍການສ້າງຕັ້ງສະພາເດັກນ້ອຍຂັ້ນແຂວງ ແລະ ຂັ້ນເມືອງ”.

ຕອບກັບ

ຂ່າວ/ບົດ​ອື່ນ