ເສີມຂະຫຍາຍບົດບາດນຳພາ, ນຳໜ້າຂອງລັດວິສາຫະກິດໃນການພັດທະນາເສດຖະກິດ
(VOVWORLD) - ຕອນເຊົ້າວັນທີ 16 ມິຖຸນາ, ຢູ່ສຳນັກງານລັດຖະບານ, ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຈີຢຸງ ເປັນປະທານກອງປະຊຸມກ່ຽວກັບແຜນຮ່າງສະຫຼຸບການປະຕິບັດມະຕິກອງປະຊຸມສູນກາງຄັ້ງທີ 5 ຂອງພັກກອມມູນິດ ຫວຽດນາມ ຊຸດທີ XII ກ່ຽວກັບລັດວິສາຫະກິດ.
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຈີຢຸງ ເປັນປະທານກອງປະຊຸມ |
ເມື່ອກ່າວຄຳເຫັນໃນກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນດຈີຢຸງ ໄດ້ເນັ້ນໜັກເຖິງຄວາມຮຽກຮ້ອງທີ່ໄດ້ວາງອອກເພື່ອສ້າງມະຕິໃຫ້ແກ່ຂົງເຂດລັດວິສາຫະກິດ ແມ່ນຕ້ອງມີບັນດາຈຸດໃໝ່ຈຸດບຸກທະລຸໃນສະພາບການໃໝ່, ບໍ່ພຽງແຕ່ສຸມໃສ່ແກ້ໄຂບັນດາບັນຫາທີ່ກ່ຽວຂ້ອງເຖິງການຖອນເງິນລົງທຶນ, ຫັນລັດວິສາຫະກິດເປັນຫຸ້ນສ່ວນ, ຈັດແບ່ງຂັ້ນແບ່ງສິດອຳນາດ, ເງິນເດືອນເທົ່ານັ້ນ ຫາກຍັງຕ້ອງເບິ່ງກວ້າງຮອບດ້ານ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີຢຸງ ສະເໜີວ່າ:
“ລັດວິສາຫະກິດ ຈະສຸມໃສ່ 3 ໜ້າທີ່ຈຸດສຸມຍຸດທະສາດ: ທີໜຶ່ງແມ່ນຕິດພັນກັບຄວາມໝັ້ນຄົງແຫ່ງຊາດ. ທີສອງແມ່ນ ສະໜອງບັນດາຜະລິດຕະພັນບໍລິການສາທາລະນະທີ່ເປັນປະໂຫຍດລວມ ເຊິ່ງຂົງເຂດເອກະຊົນບໍ່ເຮັດ, ທີສາມແມ່ນບັນດາຂົງເຂດອຸດສາຫະກຳຍຸດທະສາດຕາມການກຳນົດທິດຍືນຍົງ ແລະ ມີການຫັນປ່ຽນຄວບຄູ່; ເສີມຂະຫຍາຍບົດບາດບຸກທະລຸຂອງເຕັກໂນໂລຢີ ແລະ ພື້ນຖານໂຄງລ່າງ ເຊັ່ນ ກຳລັງຄວາມສາມາດແກ້ງແຍ້ງແຫ່ງຊາດບົນພື້ນຖານວິທະຍາສາດເຕັກໂນໂລຢີທີ່ກ້າວໜ້າທັນສະໄໝ; ປະຕິບັດມະຕິໃຫ້ເປັນຢ່າງດີເພື່ອປະຕິບັດການຄຸ້ມຄອງບໍລິຫານລັດຢ່າງຈະແຈ້ງ, ເໝາະສົມກັບທຳນຽມ ແລະ ມາດຖານສາກົນ; ລະດົມບັນດາແຫຼ່ງກຳລັງເພື່ອປະຕິບັດການລົງທຶນເຂົ້າບັນດາຂົງເຂດສຳຄັນ ແລະ ຈຳເປັນ.”