ເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່ລະຫວ່າງປະຊາຊົນຫວຽດນາມກັບປະຊາຊົນບັນດາປະເທດໃນໂລກ

(VOVWORLD) -ຕອນບ່າຍວັນທີ 18 ມີນາ, ຢູ່ຮ່າໂນ້ຍ, ຄະນະກວດກາຂອງຄະນະຊີ້ນຳສະຫຼຸບ 5 ປີແຫ່ງການປະຕິບັດຂໍ້ສະຫຼຸບຂອງກົມການເມືອງກ່ຽວກັບສະມາຄົມມະຫາຊົນ ໄດ້ມີການເຮັດວຽກກັບຄະນະພັກສະຫະສະມາຄົມບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ.

ເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່ລະຫວ່າງປະຊາຊົນຫວຽດນາມກັບປະຊາຊົນບັນດາປະເທດໃນໂລກ - ảnh 1 ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ກ່າວຄຳເຫັນໃນການເຮັດວຽກ

(ພາບ: dangcongsan.vn)

ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ເນັ້ນໜັກວ່າ: ສະຫະສະມາຄົມບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ສືບຕໍ່ຄົ້ນຄົ້ນຄວ້າ ເພື່ອກຳນົດແຈ້ງໜ້າທີ່ໃຫ້ເໝາະສົມກັບການພັດທະນາຂອງປະເທດຊາດ. ພ້ອມກັນນັ້ນ, ກໍ່ເພີ່ມທະວີການແນະນຳ, ການກຳນົດທິດ ແລະ ການສົມທົບກັນໃນບັນດາການເຄື່ອນໄຫວກັບສະຫະສະມາຄົມທ້ອງຖິ່ນ; ສືບຕໍ່ຄົ້ນຄວ້າ, ປ່ຽນແປງໃໝ່ຮູບແບບການເຄື່ອນໄຫວໃຫ້ເໝາະສົມກວ່າ, ເສີມຂະຫຍາຍໄດ້ທ່າແຮງຂອງບັນດາອົງການສະເພາະກິດ ກ່ຽວກັບການພົວພັນຕ່າງປະເທດປະຊາຊົນ. ນອກນັ້ນ, ສະຫະສະມາຄົມບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ຄວນສືບຕໍ່ເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່ລະຫວ່າງປະຊາຊົນຫວຽດນາມ ກັບປະຊາຊົນບັນດາປະເທດໃນໂລກ, ປະກອບສ່ວນເຂົ້າໃນພາລະກິດລວມຂອງປະຊາຊົນໃນໂລກ ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ