ເສີມ​ຂະ​ຫຍາຍ​ບົດ​ບາດ​ເປັນ​ເສົາ​ຄ້ຳ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ​ໃນ​ສະ​ພາບ​ເກີດ​ໂລກ​ລະ​ບາດ​ໂຄວິດ 19

(VOVWORLD) -ເວທີປາໄສຫັນກະສິກຳຫວຽດນາມ ເປັນດີຈີຕອນປີ 2021 ມີການເຂົ້າຮ່ວມອອນລາຍ ຂອງຜູ້ແທນຈາກກ່ວາ 1300 ແຫ່ງໃນທົ່ວປະເທດ ແລະ ກ່ວາ 35 ປະເທດ ແລະ ເຂດແຄ້ວນໃນໂລກ.
ເສີມ​ຂະ​ຫຍາຍ​ບົດ​ບາດ​ເປັນ​ເສົາ​ຄ້ຳ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ​ໃນ​ສະ​ພາບ​ເກີດ​ໂລກ​ລະ​ບາດ​ໂຄວິດ 19 - ảnh 1

 ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ກ່າວຄຳເຫັນທີ່ກອງປະຊຸມ (ພາບ baoquocte.vn)

  ຕອນບ່າຍວັນທີ່ 16 ກັນຍາ, ຢູ້ຮ່າໂນ້ຍ, ກະຊວງການຕ່າງປະເທດຫວຽດນາມ ສົມທົບກັບສະຫະສະມາຄົມກະສິກຳດີຈີຕອນຫວຽດນາມ (VIDA)  ແລະ ສື່ເອເລກໂຕນິກ VnExpress ໄດ້ຈັດເວທີປາໄສຫັນກະສິກຳຫວຽດນາມ ເປັນດີຈີຕອນປີ 2021 ດ້ວຍຫົວເລື່ອງ “ໄປທັນກັບບັນດາທ່າອ່ຽງຕະຫຼາດ, ເສີມຂະຫຍາຍບົດບາດເປັນເສົາຄ້ຳຂອງພື້ນຖານເສດຖະກິດ ໃນສະພາບເກີດໂລກລະບາດໂຄວິດ 19 ແລະ ຫຼັງ ໂລກລະບາດໂຄວິດ 19”. ເຫດການດັ່ງກ່າວກໍ່ມີການເຂົ້າຮ່ວມອອນລາຍ ຂອງຜູ້ແທນຈາກກ່ວາ 1300 ແຫ່ງໃນທົ່ວປະເທດ ແລະ ກ່ວາ 35 ປະເທດ ແລະ ເຂດແຄ້ວນໃນໂລກ. ກ່າວຄຳເຫັນທີ່ເວທີປາໄສ, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ໃຫ້ຮູ້ວ່າ:

   ເພື່ອກະກຽມໃຫ້ແກ່ການພັດທະນາຂອງເສດຖະກິດຫວຽດນາມ ໃນໄລຍະຫຼັງ ໂລກລະບາດໂຄວິດ 19, ກະຊວງ ການຕ່າງປະເທດ ຈະສືບຕໍ່ບົດບາດນຳໜ້າ, ສົມທົບກັນຢ່າງແໜ້ນແຟ້ນກັບບັນດາກະຊວງ, ຂະແໜງການ, ຮ່ວມເດີນທາງພ້ອມກັບບັນດາທ້ອງຖິ່ນ, ວິສາຫະກິດ ເປີດກ້ວາງການຮ່ວມມືກັບສາກົນ, ກຳກາລະໂອກາດພັດທະນາໃນທຸກຂົງເຂດ, ໃນນັ້ນມີຂົງເຂດກະສິກຳ ແລະ ຫັນເປັນດີຈີຕອນ.

ຕອບກັບ

ຂ່າວ/ບົດ​ອື່ນ