ເຫດການດອກຊາກູຣາ-ຟ໋າຄວາງ-ດ້ຽນບຽນ: ເຊີດຊູຄວາມງາມແລະຄວາມໝາຍຂອງດອກຊາກູຣາ

(VOVWORLD) - ວັນທີ 06 ມັງກອນ, ຢູ່ ດາວຮວາ (ຕາແສງ ຟ໋າຄວາງ, ເມືອງດ້ຽນບຽນ, ແຂວງດ້ຽນບຽນ), ຄະນະກຳມະການປະຊາຊົນແຂວງດ້ຽນບຽນ ໄດ້ໄຂເຫດການດອກຊາກູຣາ - ຟ໋າຄວາງ - ດ້ຽນບຽນ 2018

ເຫດການດອກຊາກູຣາ-ຟ໋າຄວາງ-ດ້ຽນບຽນ: ເຊີດຊູຄວາມງາມແລະຄວາມໝາຍຂອງດອກຊາກູຣາ - ảnh 1

ເຫດການດອກຊາກູຣາ-ຟ໋າຄວາງ-ດ້ຽນບຽນ ຈະດຳເນີນຮອດວັນທີ 07 ມັງກອນ ຈຶ່ງອັດລົງ 

 (ພາບ: baodienbienphu.info.vn)

ນີ້ເປັນຄັ້ງທຳອິດທີ່ຈັດເຫດການດັ່ງກ່າວຢູ່ໃນບໍລິເວນແຂວງ. ເຫດການລວມມີບັນດາການເຄື່ອນໄຫວດ້ານວັດທະນະທຳ, ກິລາ ແລະ ທ່ອງທ່ຽວທີ່ອຸດົມສົມບູນ, ມີລັກສະນະວັດທະນະທຳທີ່ເປັນມູນເຊື້ອຂອງບັນດາຊົນເຜົ່າຢູ່ແຂວງດ້ຽນບຽນ ຕິດພັນກັບບັນດາຄຸນຄ່າທີ່ມີລັກສະນະເປັນສັນຍາລັກຂອງປະເທດຍີ່ປຸ່ນ.

        ເຫດການດັ່ງກ່າວແມ່ນການເຄື່ອນໄຫວເປີດສາກໃຫ້ບັນດາການເຄື່ອນໄຫວສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ຍີ່ປຸ່ນ (21 ກັນຍາ 1973 – 21 ກັນຍາ 2018), ຜ່ານນັ້ນເພີ່ມທະວີການພົບປະແລກປ່ຽນ, ຮັດແໜ້ນຄວາມສາມັກຄີມິດຕະພາບ, ຊຸກຍູ້ການສົ່ງເສີມການຮ່ວມມືຂອງບັນດາອົງການຈັດຕັ້ງ, ວິສາຫະກິດຂອງຍີ່ປຸ່ນ ເຂົ້າແຂວງດ້ຽນບຽນ.

        ເຫດການດອກຊາກູຣາ-ຟ໋າຄວາງ-ດ້ຽນບຽນ ຈະດຳເນີນຮອດວັນທີ 07 ມັງກອນ ຈຶ່ງອັດລົງ.

ຕອບກັບ

ຂ່າວ/ບົດ​ອື່ນ