ເຫດການຕ້ອນຮັບບຸນປີໃໝ່ປີຈໍ 2018 ຢູ່ອາເມລິກາ

(VOVWORLD) -ໂດຍເຈືອຈານເຂົ້າກັບບັນຍາກາດຕ້ອນຮັບບຸນປີໃໝ່ປີຈໍ 2018 ຂອງຊາວອາຊີຕາເວັນອອກ ຢູ່ຫຼາຍແຫ່ງໃນທົ່ວໂລກ, ສູນສະແດງສິລະປະ Kenedy ຢູ່ນະຄອນຫຼວງ ວໍຊິງຕັນ ຂອງອາເມລິກາ ໄດ້ຈັດເຫດການພິເສດຂ່ຳນັບຮັບຕ້ອນບຸນປີໃໝ່ປີຈໍ 2018.

ເຫດການຕ້ອນຮັບບຸນປີໃໝ່ປີຈໍ 2018 ຢູ່ອາເມລິກາ - ảnh 1 ເຫດການຕ້ອນຮັບບຸນປີໃໝ່ປີຈໍ 2018 ຢູ່ອາເມລິກາ

(ພາບ: TTXVN)

ດ້ວຍຫົວຂໍ້ມຸ່ງໄປເຖິງບັນຍາກາດອົບອຸ່ນໃນຄອບຄົວ, ເຫດການໄດ້ດຶງດູດການເຂົ້າຮ່ວມຂອງນັບຮ້ອຍຄອບຄົວອາໄສຢູ່ນະຄອນຫຼວງວໍຊິຕັນ ຂອງອາເມລິກາ.

        ທີ່ເຫດການ, ບັນດາເດັກນ້ອຍ ພ້ອມກັບພໍ່ແມ່ກໍໄດ້ເຂົ້າຮ່ວມການລະຫຼີ້ນພື້ນເມືອງທີ່ເຂັ້ມຂົ້ນໄປດ້ວຍສີສັນຂອງອາຊີຕາເວັນອອກ. ສຳລັບພໍ່ແມ່ຂອງພວກເດັກນ້ອຍແລ້ວ, ເຫດການນີ້ບໍ່ພຽງແຕ່ແມ່ນວິທີເພື່ອໃຫ້ເຂົາເຈົ້າພາລູກເຕົ້າຂອງຕົນມາເຂົ້າຮ່ວມບັນຍາກາດບຸນປີໃໝ່ຂອງຊາວອາຊີຕາເວັນອອກເທົ່ານັ້ນ, ຫາກຍັງແມ່ນກາລະໂອກາດເພື່ອໃຫ້ທັງຄອບຄົວພ້ອມກັນມີຄວາມເບີກບານມ່ວນຊື່ນນຳກັນອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ