ເຫດການນັກສືບຂ່າວ Skripal: ເຢຍລະມັນ ຮຽກຮ້ອງ ອັງກິດ ສະໜອງຫຼັກຖານຢ່າງຈະແຈ້ງ

(VOVWORLD) -ວັນທີ 05 ເມສາ, ຜູ້ປະສານງານກ່ຽວກັບການພົວພັນກັບ ລັດເຊຍ ຂອງລັດຖະບານ ເຢຍລະມັນ ທ່ານ Gernot Erler ຖືວ່າ: ອັງກິດ ຄວນຍົກອອກຫຼັກຖານທີ່ສະແດງໃຫ້ເຫັນ ລັດເຊຍ ຢືນຢູ່ເບື້ອງຫລັງເຫດວາງຢາເບື່ອອະດີດນັກສືບຂ່າວຊາວລັດເຊຍ Skripal ແລະ ລູກສາວ ຢູ່ອັງກິດ ໃນເດືອນ ມີນາ.
ເຫດການນັກສືບຂ່າວ Skripal: ເຢຍລະມັນ ຮຽກຮ້ອງ ອັງກິດ ສະໜອງຫຼັກຖານຢ່າງຈະແຈ້ງ - ảnh 1 (ພາບປະກອບ/ AFP/TTXVN)

ເມື່ອຕອບສຳພາດຕໍ່ຊ່ອງໂທລະພາບ ARD ຂອງເຢຍລະມັນ, ທ່ານ  Erler ໃຫ້ຮູ້ວ່າ: ລັດຖະບານຂອງທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May ພວມປະເຊີນໜ້າຕໍ່ກຳລັງກົດດັນນັບມື້ນັບເພີ່ມຂຶ້ນ ພາຍຫລັງສູນຄົ້ນຄວ້າການທະຫານຂອງ ອັງກິດ ທີ່ມີສຳນັກງານຕັ້ງຢູ່ Porton Down ຢັ້ງຢືນວ່າ ປັດຈຸບັນ ຍັງບໍ່ທັນສາມາດສະຫລຸບໄດ້ເທື່ອວ່າ ຢາເບື່ອທຳລາຍເສັ້ນປະສາດທີ່ໄດ້ນຳໃຊ້ໃນເຫດບຸກໂຈມຕີເລັ່ງໃສ່ອະດີດນັກສືບຂ່າວ Skripal ໄດ້ຜະລິດຢູ່ ລັດເຊຍ. ທ່ານ Erler ເນັ້ນໜັກວ່າ ສິ່ງດັ່ງກ່າວ ແມ່ນກົງກັນຂ້າມກັບບັນດາຄຳກ່າວຫາຂອງວົງການນັກການເມືອງ ອັງກິດ ແນໃສ່ ລັດເຊຍ ແລະ ຈະເພີ່ມຂຶ້ນຄວາມກົດດັນຕໍ່ລັດຖະບານ ອັງກິດ ຕ້ອງສະໜອງພະຍານຫຼັກຖານທີ່ມີຄວາມໄວ້ເນຶ້ື້ອເຊື່ອໃຈຕື່ມອີກ. ທ່ານ Erler ຮຽກຮ້ອງໃຫ້ບັນດາປະເທດຝ່າຍຕາເວັນຕົກ ແລະ ລັດເຊຍ ຢຸດຕິການເຮັດໃຫ້ຄວາມເຄັ່ງຕຶງປີນຂັ້ນໄດໃນຂະນະທີ່ອົງການເກືອດຫ້າມອາວຸດເຄມີ (OPCW) ພວມດຳເນີນການສືບສວນເປັນເອກະລາດກ່ຽວກັບທາດພິດທີ່ໄດ້ນຳໃຊ້ໃນເຫດບຸກໂຈມຕີ.

ຕອບກັບ

ຂ່າວ/ບົດ​ອື່ນ