ເຫດຂົວຫັກພັງລົງຢູ່ອິນເດຍ:ຈຳນວນຜູ້ຮັບບາດເຈັບແລະເສຍຊີວິດເພີ່ມຂຶ້ນ

ເຫດຂົວຫັກພັງລົງຢູ່ອິນເດຍ:ຈຳນວນຜູ້ຮັບບາດເຈັບແລະເສຍຊີວິດເພີ່ມຂຶ້ນ - ảnh 1
ເຫດຂົວຫັກພັງລົງຢູ່ ເຂດ Kolkata ອິນເດຍ
(ພາບ: AFP)

(vovworld) - ​ ຕາມ​ສຳນັກ​ຂ່າວສານ​ຈີນ, ຈຳນວນ​ຜູ້​ຮັບ​ບາດ​ເຈັ​ບ ​ແລະ ​ເສຍ​ຊີວິດ​ໃນ​ເຫດ​ຂົວ​ຫັກ​ພັງ​ລົງຢູ່​ນະຄອນ Kolkata ພາກ​ຕາ​ເວັນ​ອອກ ອິນ​ເດຍ ​ເຮັດ​ໃຫ້ມີ​ຜູ້​ເສຍ​ຊີວິ​ດ 20 ຄົນ ​ແລະ ຜູ້​ຮັບ​ບາດ​ເຈ​ັບກ່ວາ 150 ຄົນ. ນາຍ​ຕຳຫຼວດຜູ້ໜຶ່ງ​ບໍ່​ເຜີຍ​ຊື່​ໃຫ້​ຮູ້​ວ່າ: ຂົວ​ດັ່ງກ່າວ​ພວມ​ໄດ້​ຮັບ​ການກໍ່ສ້າງ​ຢູ່​ລະຫວ່າງ​ເຂດ​ການ​ຄ້າຄຶກ​ໂຄມ​ໜາ​ແໜ້ນ, ​ໃຈກາງ Kolkata ຖືກ​ຫັກ​ພັງ​ລົງ​ໃນ​ເວລາ 12 ​ໂມງ 30 ນາທີ (ຕາ​ເວລາ​ທ້ອງ​ຖິ່ນ). ມາ​ຮອດ​ປະຈຸ​ບັນ, ​ໄດ້​ຊອກ​ເຫັນ​ຊາກ​ສົບ 20 ຄົນ​ແລ້ວ  ສ່ວນບັນດາ​ຜູ້​ຮັບ​ບາດ​ເຈ​ັບ​ໄດ້​ເຂົ້າ​ໂຮງໝໍ, ​ໃນ​ນັ້ນ ມີ​ບາງ​ຄົນ​ຖືກ​ຮັບ​ບາດ​ເຈ​ັບໜັກ.
ຂ່າວ/ບົດ​ອື່ນ