ເຫດຍິງປືນຢູ່ ອາເມລິກາ, ມີ 3 ຄົນຖືກຈັບເປັນຕົວປະກັນ

(VOVWORLD) - ຕອນເຊົ້າວັນທີ 10 ມີນາ, ເຫດຍິງປືນໄດ້ເກີດຂຶ້ນຢູ່ເຂດຕຶກອາຄານຂອງບັນດາທະຫານຜ່ານເສິກ ອາເມລິກາ ຢູ່ເມືອງ Yountville ທາງທິດເໜືອນະຄອນ San Francisco ລັດ California ແລະ ໄດ້ມີ 3 ຄົນຖືກຈັບເປັນຕົວປະກັນ.
ເຫດຍິງປືນຢູ່ ອາເມລິກາ, ມີ 3 ຄົນຖືກຈັບເປັນຕົວປະກັນ - ảnh 1 ສະຖານທີ່ເກີດເຫດ (ພາບ: washingtonpost.com)

ລົດຕຳຫລວດ, ລົດໂຮງໝໍ ແລະ ລົດບັນທຸກບາງຄັນໄດ້ໄປສະຖານທີ່ເກີດເຫດ. ຕຳຫລວດໃຫ້ຮູ້ວ່າ: ກຳລັງນີ້ ພວມປິດລ້ອມຕຶກອາຄານນີ້ ແລະ ຮັບປະກັນຄວາມປອດໄພໃຫ້ຄົນຜູ້ອື່ນໆ. ປັດຈຸບັນ ຍັງບໍ່ທັນມີຂໍ້ມູນຂ່າວກ່ຽວກັບຈຳນວນຜູ້ຮັບບາດເຈັບ ແລະ ເສຍຊີວິດໃນເຫດການດັ່ງກ່າວ. ນີ້ແມ່ນເຂດເຮືອນຢູ່ຂອງທະຫານຜ່ານເສິກໃຫຍ່ສຸດຂອງປະເທດ ອາເມລິກາ ມີປະມານ 1.000 ຄົນພວມດຳລົງຊີວິດຢູ່ທີ່ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ