ເຫດຍິງປືນໃສ່ກັນຢູ່ ເຂດຊາຍແດນອີຣານ - ປາກິດສຖານ ກໍ່ຄວາມ ລົ້ນຫາຍຕາຍຈາກ

ເຫດຍິງປືນໃສ່ກັນຢູ່ ເຂດຊາຍແດນອີຣານ - ປາກິດສຖານ ກໍ່ຄວາມ ລົ້ນຫາຍຕາຍຈາກ - ảnh 1
(ພາບປະກອບ: presstv.ir)

(vovworld) – ເຫດ​ຍິງປືນ​ໃສ່​ກັນ​​ທີ່​ເກີດ​ຂຶ້ນຢູ່​ເຂດ​ຊາຍ​ແດນ​ອີຣານ - ປາ​ກິດສຖານ ​ໃນ​ຄໍ່າ​ຄືນ​ວັນທີ 17/10, ​ໄດ​້​ເຮັດ​ໃຫ້​ທະຫານ​ປ້ອງກັນຊາຍ​ແດນອີຣານ 2 ຄົນ ​ແລະ ນາຍ​ທະຫານ​ຂອງ​ປາ​ກິດສຖານ 1 ຄົນ​ເສຍ​ຊີວິດ.

        ​ເຈົ້າ​ໜ້າ​ທີ່​ການ​ທະຫານ​ອີຣານ ​ຜູ້​ໜຶ່ງໃຫ້​ຮູ້​ວ່າ, ​ເຫດກາ​ນ​ເກີດ​ຂຶ້ນ​ພາຍຫຼັງ​ພວກ​ທະຫານ​ກະບົດ​ແຊກ​ຊຶມ​ເຂົ້າ​ເຂດດິນ​ແດນ​ຂອງອີຣານ. ກຳລັງ​ທະຫານ​ອີຣານ ​ໄດ້​ດັບ​ສູນ​ບັນດາ​ເປົ້າ​ໝາຍ​ດັ່ງກ່າວ​ ​ແລະ ກັກ​ລົດ​ໂອ​ໂຕ​ຄັນ​ໜຶ່ງ ພ້ອມ​ກັບ​ອາວຸດອີກ​. ​ໃນ​ຂະນະ​ນັ້ນ, ​ໂຄສົກ​ກອງທັບ​ປາ​ກິດສຖານ Wasay Khan ​ໃຫ້​ຮູ້​ວ່າ, ກຸ່ມທະຫານ​ລາດ​ຕາ​ເວັນຊາຍ​ແດນ (FC) ຂອງ​ປະ​ເທດ​ນີ້ ພວມ​ໄລ່​ຈັບຕົວ​ຜູ້​ຖືກ​ສົງ​ໄສ 2 ຄົນ ​ແຕ່​ຫຼັງຈາກ​ນັ້ນ​ລົດ​ຂອງ FC ​ໄດ້ຖືກ​ກຳລັງ​ປ້ອງ​ກັນຊາ​ຍ​ແດນ​ອີຣານ ຍິງ​ໃສ່​ຈາກ​ເຂດ​ຊາຍ​ແດນຂອງ​ອີຣານ. ປະຈຸ​ບັນ​ຍັງ​ບໍ່​ທັນ​ຮູ້​​ໄດ້ວ່າ, ລົດ​ໂອ​ໂຕ​ຖືກ​ກຳລັງ​ປາ​ກິດສຖານ ​ໄລ່​ຈັບ​ແມ່ນ​ລົດ​ທີ່​ຖືກ​ກຳລັງ​ອີຣານ ກັກພາຍຫຼັງ​ເຫດການ​ດັ່ງກ່າວ​ຫຼື​ບໍ່.

ຂ່າວ/ບົດ​ອື່ນ