ເຫດຍິງລູກສອນໄຟຂອງສປປ.ເກົາຫຼີ: ສະພາຄວາມໝັ້ນຄົງສປຊຮຽກໂຮມປະຊຸມດ່ວນ

(VOVWORLD) -ວັນທີ 04 ກໍລະກົດ, ອາເມລິກາ ໄດ້ຮຽກຮ້ອງໃຫ້ສະພາຄວາມໝັ້ນຄົງສະຫະປະຊາຊາດ ຈັດກອງປະຊຸມດ່ວນ ພາຍຫຼັງເຫດຍິງທົດລອງລູກສອນໄຟນຳວິຖີ (ICBM) ຂອງສປປ.ເກົາຫຼີ.

ເຫດຍິງລູກສອນໄຟຂອງສປປ.ເກົາຫຼີ: ສະພາຄວາມໝັ້ນຄົງສປຊຮຽກໂຮມປະຊຸມດ່ວນ - ảnh 1ລູກສອນໄຟນຳວິຖີ (ICBM) ຂອງສປປ.ເກົາຫຼີ

(ພາບ: YONHAP/TTXVN)

ຕາມແຜນການແລ້ວ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ຈະຈັດກອງປະຊຸມໃນເວລາ 2 ໂມງ ຂອງວັນທີ 06 ກໍລະກົດ (ຕາມເວລາຫວຽດນາມ). ປະຕິກິລິຍາຕໍ່ເລື່ອງຍິງທົດລອງລູກສອນໄຟຂອງສປປ.ເກົາຫຼີ, ທ່ານເລຂາທິການໃຫຍ່ ສະຫະປະຊາຊາດ Antonio Guterres ໄດ້ຕຳນິຕິຕຽນເຫດຍິງທົດລອງລູກສອນໄຟດັ່ງກ່າວຢ່າງຮ້າຍແຮງ. ຖະແຫຼງການຂອງທ່ານ Antonio Guterres ຢືນຢັນວ່າ, ເຫດຍິງທົດລອງລູກສອນໄຟຂອງສປປ.ເກົາຫຼີ ແມ່ນການລະເມີດຢ່າງຮ້າຍແຮງບັນດາມະຕິຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ແລະ ເຮັດໃຫ້ສະພາບການທີ່ພວມເຄັ່ງດຶງສືບຕໍ່ປີນຂັ້ນໄດ.

        ໃນເຫດການທີ່ກ່ຽວຂ້ອງ, ລັດເຊຍ ແລະ ຈີນ ໄດ້ເຫັນດີຮຽກຮ້ອງໃຫ້ສປປ.ເກົາຫຼີ, ສ.ເກົາຫຼີ ແລະ ອາເມລິກາ ພ້ອມກັນເຂົ້າຮ່ວມແຜນການທີ່ໄດ້ສະເໜີເພື່ອຫຼຸດຜ່ອນຄວາມເຄັ່ງຕຶງກ່ຽວກັບໂຄງການນິວເຄຼຍຂອງພຽງຢາງ.

ຕອບກັບ

ຂ່າວ/ບົດ​ອື່ນ