ເຫດບຸກໂຈມຕີດ້ວຍລູກຈະຫຼວດແນໃສ່ສະໜາມບິນອີຣັກ ມີທະຫານອາເມລິກາ ຕັ້ງຄ້າຍທະຫານ

(VOVWORLD) -ມີລູກຈະຫຼວດ ຢ່າງໜ້ອຍສຸດ 3 ລູກຕົກໃກ້ກັບສະໜາມບິນສາກົນ Erbil ຢູ່ທາງພາກເໜືອ ອີຣັກ
ເຫດບຸກໂຈມຕີດ້ວຍລູກຈະຫຼວດແນໃສ່ສະໜາມບິນອີຣັກ ມີທະຫານອາເມລິກາ ຕັ້ງຄ້າຍທະຫານ - ảnh 1ສະໜາມບິນສາກົນ Erbil ຢູ່ທາງພາກເໜືອ ອີຣັກ
(ພາບປະກອບ: AFP/TTXVN)

ວັນທີ 11 ກັນຍາ, ອົງການຄວາມໝັ້ນຄົງເຂດຊາວ ເກີດ ຢັ້ງຢືນວ່າ ມີລູກຈະຫຼວດ ຢ່າງໜ້ອຍສຸດ 3 ລູກຕົກໃກ້ກັບສະໜາມບິນສາກົນ Erbil ຢູ່ທາງພາກເໜືອ ອີຣັກ, ເຊິ່ງແມ່ນເຂດບັນດາກຳລັງຂອງ ອາເມລິກາ ພວມຕັ້ງຄ້າຍທະຫານ. ພ້ອມກັນນັ້ນ, ບັນດາອົງການດັ່ງກ່າວຢືນຢັນວ່າ ບໍ່ມີຜູ້ເສຍຊີວິດໃນບັນດາເຫດການບຸກໂຈມຕີດັ່ງກ່າວ.

ໃນຂະນະນັ້ນ, ທ່ານ Ahmed Hochiar, ຫົວໜ້າສະໜາມບິນ Erbil ໃຫ້ຮູ້ວ່າ, ຮາກຖານດັ່ງກ່າວກໍ່ບໍ່ຖືກເສຍຫາຍ. ສະໜາມບິນ Erbil ກໍ່ແມ່ນສະຖານທີ່ຄັ້ງຄ້າຍທະຫານ ຂອງກຳລັງທະຫານປະສົມສາກົນໂດຍອາເມລິກາ ນຳໜ້າຕ້ານກຳລັງຊາວອິດສະລາມທຳສົງຄາມສັກສິດຢູ່ພາກພື້ນ.

ກ່ອນໜ້ານັ້ນ 2-3 ອາທິດ, ມີເຮືອບິນບໍ່ມີຄົນຂັບ 3 ລຳ ໄດ້ບຸກໂຈມຕີສະໜາມບິນຢູ່ ແບກແດດ, ເຊິ່ງແມ່ນແຫ່ງທະຫານອາເມລິກາ ຕັ້ງຄ້າຍທະຫານ. ວົງການເຈົ້າໜ້າທີ່ ອາເມລິກາ ໄດ້ກ່າວປະນາມກຳລັງທະຫານລາດຊາວມຸດສະລິມນິກາຍ Shi'ite ເຊິ່ງໄດ້ຮັບການໜູນຫຼັງຈາກ ອີຣານ ປະຕິບັດບັນດາເຫດບຸກໂຈມຕີດ້ວຍລູກຈະຫຼວດ ແລະ  ເຮືອບິນບໍ່ມີຄົນຂັບແນໃສ່ທະຫານ ອາເມລິກາ ຢູ່ ອີຣັກ.

ຕອບກັບ

ຂ່າວ/ບົດ​ອື່ນ