ເຫດບຸກໂຈມຕີຢູ່ ນີເຊ ເຮັດໃຫ້ນັບຮ້ອຍຄົນເສຍຊີວິດ ແລະ ຮັບບາດເຈັບ

(VOVWORLD) -ບັນດາເຫດບຸກໂຈມຕີຖືກສົງໄສວ່າແມ່ນພວກມືປືນອິດສະລາມ ທີ່ປະຕິບັດຢູ່ 2 ໝູ່ບ້ານ Tchombangou ແລະ Zaroumdareye.
ເຫດບຸກໂຈມຕີຢູ່ ນີເຊ ເຮັດໃຫ້ນັບຮ້ອຍຄົນເສຍຊີວິດ ແລະ ຮັບບາດເຈັບ - ảnh 1(ພາບປະກອບ: Shining Bangladesh)

ວັນທີ 03 ມັງກອນ, ທ່ານນາຍົກລັດຖະມົນຕີ ນີເຊ Brigi Rafini ໃຫ້ຮູ້ວ່າ, ມີ 100 ຄົນຖືກເຂັນຂ້າໃນບັນດາເຫດບຸກໂຈມຕີກ່ອນໜ້ານັ້ນ 1 ວັນ ໂດຍແນໃສ່ໝູ່ບ້ານ 2 ແຫ່ງຢູ່ທາງທິດຕາເວັນຕົກຂອງປະເທດນີ້. ນີ້ໄດ້ຮັບຖືວ່າແມ່ນມື້ນອງເລືອດທີ່ສຸດໃນປະຫວັດສາດຫວ່າງມໍ່ໆມານີ້ຂອງປະເທດອາຟະລິກາ ນີ້. ເຖິງຢ່າງໃດກໍ່ຕາມ, ທ່ານນາຍົກລັດຖະມົນຕີ Brigi Rafini ບໍ່ເປີດເຜີຍຕົວການປະຕິບັດບັນດາເຫດບຸກໂຈມຕີດັ່ງກ່າວ.

        ບັນດາເຫດບຸກໂຈມຕີຖືກສົງໄສວ່າແມ່ນພວກມືປືນອິດສະລາມ ທີ່ປະຕິບັດຢູ່ 2 ໝູ່ບ້ານ Tchombangou ແລະ Zaroumdareye. ໃນໄລຍະຜ່ານມາ, ພວກມືປືນອິດສະລາມ ທີ່ມີການພົວພັນກັບ Al Qaeda ແລະ ພວກ IS ຢູ່ເຂດໃກ້ກັບເຂດຊາຍແດນກັບ ມາລີ ແລະ Burkina Faso ໄດ້ດຳເນີນການບຸກໂຈມຕີ ນີເຊ ຢ່າງລຽນຕິດ.

ຕອບກັບ

ຂ່າວ/ບົດ​ອື່ນ