ເຫດບຸກໂຈມຕີໂບດອິດສະລາມຊີອາຢູ່ຊາອຸດີອາຣັບບີເຮັດໃຫ້ຫລາຍຄົນຖືກເສຍຊີວິດແລະບາດເຈັບ

ເຫດບຸກໂຈມຕີໂບດອິດສະລາມຊີອາຢູ່ຊາອຸດີອາຣັບບີເຮັດໃຫ້ຫລາຍຄົນຖືກເສຍຊີວິດແລະບາດເຈັບ - ảnh 1
ສະ​ຖານ​ທີ່​ເກີດ​ເຫດ​ບຸກ​ໂຈມ​ຕີ
ພາບ: Reuters

(vovworld)- ກະ​ຊວ​ງ​ພາຍ​ໃນ ຊາ​ອຸ​ດີ ອາ​ຣັບ​ບີ ໃຫ້​ຮູ້​ວ່າ ມີ​ຢ່າງ​ຫນ້ອຍ​ສຸດ 3 ຄົນ​ຖືກ​ເສຍ​ຊີ​ວິດ ແລະ ອີກ 7 ຄົນ​ຖືກ​ບາດ​ເຈັບ​ໃນ​ເຫດ​ບຸກ​ໂຈມ​ຕີ​ສະ​ຫລະ​ຊີບ​ໃນ​ວັນ​ທີ 29/1 ແນ​ໃສ່​ໂບດ​ອິດ​ສະ​ລາມ​ກິ​ກາຍ ຊີ​ອາ ຢູ່ ພາກ​ຕາ​ເວັນ​ອອກ ຊາ​ອຸ​ດີ ອາ​ຣັບ​ບີ. ຜູ້​​ບຸກໂຈມ​ຕີ 2 ຄົນ​ໄດ້​ຊອກວິ​ທີ​ເຂົ້າ​ໂບດ Imam Rida ຢູ່ ນະ​ຄອນ Al Ahsa ໃນ​ພິ​ທີ​ສວດ​ມົນ​ໃນ​ທ້າຍ​ສັບ​ປະ​ດາ ແຕ່​​ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ບໍ່​ໃຫ້​ເຂົ້າ. ຜູ້​ຫນຶ່ງ​ໃນ​ຜູ້​ບຸກ​ໂຕມ​ຕີສອງ​ຄົນ​ດັ່ງ​ກ່າວ​ໄດ້​ໃຫ້​ລະ​ເບ​ີກ​ແຕກ​ຢູ່​ປະ​ຕູ​ເຂົ້າ​ໂບດ, ສ່ວນ​ອີກ​ຜູ້​ຫນຶ່ງ​ຖືກ​ບາດ​ເຈັບ​ ແລະ ຖືກ​ຈັບ​ຕົວໃນ​ເວ​ລາ​ຍິງ​ປືນ​ໃສ່​ກັນ​ກັບ​ກຳ​ລັງ​ປ້ອງ​ກັນ​ຄວາ​ມ​ສະ​ຫງົບ.

 

 

 

 

 

 

ຂ່າວ/ບົດ​ອື່ນ