ເຫດລະເບີດຢູ່ໃ​ຈກາງນະຄອນນິວຢອກສະຫະລັດອາເມລິກາເຮັດໃຫ້25ຄົນຖືກບາດເຈັບ

ເຫດລະເບີດຢູ່ໃ​ຈກາງນະຄອນນິວຢອກສະຫະລັດອາເມລິກາເຮັດໃຫ້25ຄົນຖືກບາດເຈັບ - ảnh 1
ລົດ​ຕຳ​ຫລວດ​ຢູ​່​ເຂດ​ເກີດ​ເຫດ​ລະ​ເບີດ
ພາບ: ອິນ​ເຕີ​ແນັດ

(vovworld)- ເຫດ​ລະ​ເບີດ​ເກີດ​ຂຶ້ນ​ໃນ​ເວ​ລາ 20 ໂມງ 30 ນາ​ທີ ຂອງ​ຕອນ​ຄ່ຳ​ວັນ​ທີ 17/9 ຕາມ​ເວ​ລາ​ທ້ອງ​ຖິ່ນ ຢູ່​ເຂດ Chelsea ຂຶ້ນ​ກັບ​ເມືອງ​ໃຈ​ກາງ Manhattan ນະ​ຄອນ ນິວຢອກ ສະ​ຫະ​ລັດ​ ອາ​ເມ​ລິ​ກາ ໄດ້​ເຮັດ​ໃຫ້ຢ່າງ​ຫນ້ອຍ​ສຸດ 25 ຄົນ​ຖືກ​​ຮັບບາດ​ເຈັບ. ຕາ​ມອົງ​ການ​ດັບ​ເພີງ ນິວຢອກ​ແລ້ວ, ບັນ​ດາ​ຜູ້​ບາດ​ເຈັບ​ຖືກ​ສົ່ງ​ເຖິງ​ໂຮງ​ໝໍ​ແລ້ວ ແລະ ປະ​ຈຸ​ບັນ​ຍັງ​ບໍ່​ທັນ​ມີ​ຜູ້​ໃດ​ຖືກ​ນາບ​ຂູ່​ເຖິງ​ຊີ​ວິດ​ອີນ​ຊີ. ຕາມ​ອົງ​ການນີ້, ວັດ​ຖຸ​ລະ​ເບີດ​ຖືກວາງ​ຢູ່​ໃນ​ຖັງ​ຂີ້​ເຫຍື້ອຕໍ່​ຫນ້າ​ອາ​ຄານ 14 ຊັ້ນ. ກຳ​ລັງ​ຕ້ານກໍ່​ກາ​ນ​ຮ້າຍ​ຂອງ​ນະ​ຄອນ ນິວຢອກ ໄດ້​ຜັນ​ຂະ​ຫຍາຍ​ເຖິງ​ເຂດນີ້​ແລ້ວ. ປະ​ຈຸ​ບັນ ບໍ່​ທັນ​ມີ​ການ​ສະ​ຫລຸບ​ວ່າ ນີ້​ແມ່ນ​ການ​ກະ​ທຳ​ບຸກ​ໂຈມ​ຕີກໍ່​ການ​ຮ້າຍ​ຫລືບໍ່.

 

ຕອບກັບ

ຂ່າວ/ບົດ​ອື່ນ