ເຫດວາງລະເບີດ ຢູ່ ອີຣັກ ເຮັດໃຫ້ນັບສິບຄົນເສຍຊີວິດ

ເຫດວາງລະເບີດ ຢູ່ ອີຣັກ ເຮັດໃຫ້ນັບສິບຄົນເສຍຊີວິດ - ảnh 1

ເຫດ​ວາງ​ລະ​ເບີດ ຢູ່ ອີຣັກ ​ເຮັດ​ໃຫ້​ນັບສິບ​ຄົນ​ເສຍ​ຊີວິດ

(ພາບ:AP)

 (vovworld) - ວັນ​ທີ 4/2, ມີ​ຜູ້​ເສ​ຍຊີວິດ​ 23 ຄົນ ​ແລະ ​ຖືກ​ບາດ​ເຈັບ​ປະມານ 49 ຄົນ ​ໃນ​ເຫດ​ວາງ​ລະ​ເບີດ​ສະຫຼະ​ຊີບ​ທີ່​​ເລັ່ງ​ໃສ່​ກຸ່ມ​ສະມາຊິກ “ສະພາຕື່ນ​ສະຕິ” ທີ່​ມີ​ແຜນ​ນະ​ໂຍບາຍ​ຕ້ານ Al Qaede ຢູ່ ອີຣັກ. ​ເຫດການ​ດັ່ງ​ກ່າວ​ເກີດ​ຂຶ້ນ​ໃນ​ຕອນ​ທ່ຽງ ​ເມື່ອ​ຜູ້​ວາງ​ລະ​ເບີດ​ສະຫຼະ​ຊີບ​ຈູດລະ​ເບີດ​​​ເຊື່ອງຢູ່​​ໃນ​ເຊື້ອ​ແວັດ​ຢູ່ບ່ອນ​ເຕົ້າ​ໂຮມບັນດາ​ສະມາຊິກ​ຂອງສະພາ​ຕື່ນ​ສະຕິຕ້ານ Al Qaede, ທີ່​ພວມ​ໄປ​ຮັບ​ເງິນ​ເດືອນ​​ໃກ້​ກັບ​ຖານ​ທີ່​ໝັ້ນ​ທະຫານ​ແຫ່ງ​ໜຶ່ງ ຢູ່​ເທດສະບານ​ເມືອງ Taji, ຫ່າງ​ຈາກ​ນະຄອນຫຼວງ ​ແບ​ດ​ແດດ ໄປທາງ​ພາກ​ເໜືອປະມານ 20 ກມ. ປະຈຸ​ບັນ, ບໍ່​ທັນມີ​ກຸ່ມ​ໃດ​ກ່າວ​ຮັບຜິດຊອບ​ຕໍ່​ເຫດ​ວາງ​ລະ​ເບີດ​ທີ່​ນອງ​ເລືອດ​ດັ່ງກ່າວ​ເທື່ອ.


ຂ່າວ/ບົດ​ອື່ນ