ເຫດ​ອຸ​ປະ​ຕິ​ເຫດ​ລົດ​ໄຟ ຕ່ຳ​ກັນ ຢູ່ ອິນ​ເດຍ: ​ສາຍເຫດ​ແມ່ນ​ເຊື່ອມ​ຕໍ່​ຜິດ​ລະ​ບົບ​ສັນ​ຍານ​ເອ​ເລັກ​ໂຕ​ນິກ

(VOVWORLD) - ກໍາມະກອນສ້ອມແປງທາງລົດໄຟໄດ້ເຊື່ອມຕໍ່ພິດລະບົບສັນຍານເອເລັກໂຕນິກ, ເຮັດໃຫ້ 3 ຂະບວນລົດໄຟຕ່ຳກັນ.
ເຫດ​ອຸ​ປະ​ຕິ​ເຫດ​ລົດ​ໄຟ ຕ່ຳ​ກັນ ຢູ່ ອິນ​ເດຍ: ​ສາຍເຫດ​ແມ່ນ​ເຊື່ອມ​ຕໍ່​ຜິດ​ລະ​ບົບ​ສັນ​ຍານ​ເອ​ເລັກ​ໂຕ​ນິກ - ảnh 1ອຸປະຕິເຫດລົດໄຟຕ່ຳກັນເກີດຂຶ້ນໃນວັນທີ 2 ມິຖຸນາ ຢູ່ ສະຖານີລົດໄຟ Bahanaga Bazar (ພາບ: AFP/TTXVN)

ຕອນເຊົ້າວັນທີ 4 ກໍລະກົດ, ຄະນະກຳມະການຄວາມປອດໄພທາງລົດໄຟ (CRS) ຂອງ ອິນເດຍ ໄດ້ປະກາດບົດລາຍງານສືບສວນເຫດອຸປະຕິເຫດລົດໄຟຢ່າງຮ້າຍແຮງ ເຮັດໃຫ້ຜູ້ໂດຍສານນັບຮ້ອຍຄົນເສຍຊີວິດເມື່ອຕົ້ນເດືອນແລ້ວນີ້, ໃນນັ້ນ ໄດ້ສະຫຼຸບວ່າ ກໍາມະກອນສ້ອມແປງທາງລົດໄຟໄດ້ເຊື່ອມຕໍ່ພິດລະບົບສັນຍານເອເລັກໂຕນິກ, ເຮັດໃຫ້ 3 ຂະບວນລົດໄຟຕ່ຳກັນ.

ອຸປະຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນວັນທີ 2 ມິຖຸນາ ຢູ່ ສະຖານີລົດໄຟ Bahanaga Bazar, ລັດ Odisha, ພາກຕາເວັນອອກ ອິນເດຍ ເຮັດໃຫ້ມີຜູ້ເສຍຊີວິດ 288 ຄົນ ແລະ ກວ່າ 1.000 ຄົນຮັບບາດເຈັບ.

ຕອບກັບ

ຂ່າວ/ບົດ​ອື່ນ