ເຫດເຮືອບິນຕົກຢູ່ ຈີນ: ອາເມລິກາ ໜູນຊ່ວຍ ຈີນ ສືບສວນສາຍເຫດ

(VOVWORLD) -ຄວາມຮັບຜິດຊອບຕົ້ນຕໍຂອງກຸ່ມນັກຊ່ຽວຊານດັ່ງກ່າວ ແມ່ນໜູນ່ຊວຍດ້ານເຕັກນິກໃນວິວັດການສືບສວນ ແລະ ໄຈ້ແຍກສາຍເຫດອຸບັດຕິເຫດດັ່ງກ່າວ.
ເຫດເຮືອບິນຕົກຢູ່ ຈີນ: ອາເມລິກາ ໜູນຊ່ວຍ ຈີນ ສືບສວນສາຍເຫດ - ảnh 1ເຮືອບິນ Boeing 737 – 800 ຂຶ້ນກັບບໍລິສັດການບິນ China Eastem Airlines ຕົກໃນເດືອນ ມີນາທີ່ຜ່ານມາ
(ພາບ: THX/TTXVN)

ວັນທີ 02 ເມສາ, ຄະນະກຳມະການຄວາມປອດໄພທາງຄົມມະນາຄົມແຫ່ງຊາດ ອາເມລິກາ (NTSB) ໃຫ້ຮູ້ວ່າ, ເຂົາເຈົ້າໄດ້ຈັດສົ່ງກຸ່ມນັກຊ່ຽວຊານໄປ ຈີນ ເພື່ອໜູນຊ່ວຍການສືບສວນສາຍເຫດເຮືອບິນ Boeing 737 – 800 ຂຶ້ນກັບບໍລິສັດການບິນ China Eastem Airlines ຕົກໃນເດືອນ ມີນາທີ່ຜ່ານມາ. ຄວາມຮັບຜິດຊອບຕົ້ນຕໍຂອງກຸ່ມນັກຊ່ຽວຊານດັ່ງກ່າວ ແມ່ນໜູນ່ຊວຍດ້ານເຕັກນິກໃນວິວັດການສືບສວນ ແລະ ໄຈ້ແຍກສາຍເຫດອຸບັດຕິເຫດດັ່ງກ່າວ.

ນອກນັ້ນ, ຕາມ NTSB ແລ້ວ, ອົງການນີ້ກໍ່ພວມຊ່ວຍໃຫ້ CAAC ເອົາຂໍ້ມູນຈາກເຄື່ອງອັດສຽງຂອງຫ້ອງຂັບຍົນໃນຫ້ອງທົດລອງຂອງ NTSB ຢູ່ ວໍຊິງຕັນ. ເຄື່ອງອັດສຽງຫ້ອງຂັບຍົນໄດ້ຮັບຖືວ່າ ຈະສະໜອງຂໍ້ມູນຂ່າວໃຫ້ແກ່ບັນດານັກສືບສວນເພື່ອສືບສວນລາຍລະອຽດກ່ຽວກັບການຕິດຕໍ່ລະຫວ່າງນັກບິນ 3 ຄົນຂອງຖ້ຽວບິນ.

ຕອບກັບ

ຂ່າວ/ບົດ​ອື່ນ