ເຫດແຜ່ນດິນໄຫວຢູ່ Morocco: ຈຳນວນຜູ້ເສຍຊີວິດຂຶ້ນເຖິງກ່ວາ 2.000 ຄົນ, Morocco ປະກາດຈັດພິທີໄວ້ທຸກທົ່ວປະເທດໃນເວລາ 3 ວັນ

(VOVWORLD) - ແຈ້ງການຂອງກະຊວງພາຍໃນ Morocco ໃຫ້ຮູ້ວ່າ: ຜູ້ເສຍຊີວິດສ່ວນຫຼາຍແມ່ນຢູ່ເຂດ Al Haouz ແລະ ໃນຈຳນວນຜູ້ຖືກຮັບບາດເຈັບນັ້ນ, ມີຜູ້ຮັບບາດເຈັບສາຫັດນັບຮ້ອຍຄົນ.
ເຫດແຜ່ນດິນໄຫວຢູ່ Morocco: ຈຳນວນຜູ້ເສຍຊີວິດຂຶ້ນເຖິງກ່ວາ 2.000 ຄົນ, Morocco ປະກາດຈັດພິທີໄວ້ທຸກທົ່ວປະເທດໃນເວລາ 3 ວັນ - ảnh 1ຈຳນວນຜູ້ເສຍຊີວິດຂຶ້ນເຖິງກ່ວາ 2.000 ຄົນ, Morocco ປະກາດຈັດພິທີໄວ້ທຸກທົ່ວປະເທດໃນເວລາ 3 ວັນ (ພາບ:Reuters)

ຕາມຕົວເລກຫຼ້າສຸດຂອງກະຊວງພາຍໃນ Morocco ປະກາດແລ້ວ, ມີກ່ວາ 2.000 ຄົນເສຍຊີວິດ ແລະ ກ່ວາ 2.000 ອື່ນຖືກບາດເຈັບ ໃນເຫດແຜ່ນດິນໄຫວຄັ້ງປະຫວັດສາດ ທີ່ເກີດຂຶ້ນໃນຕອນຄຳ່ວັນທີ 8 ກັນຍາ. ເຈົ້າຊີວິດ Morocco Mohamed VI  ຕົກລົງຈັດພິທີໄວ້ທຸກທົ່ວປະເທດໃນເວລາ 3 ວັນເພື່ອໄຫວ້ອາໄລບັນດາຜູ້ປະສົບ ເຄາະຮ້າຍຈາກເຫດ ແຜ່ນດິນໄຫວ.

ແຈ້ງການຂອງກະຊວງພາຍໃນ Morocco ໃຫ້ຮູ້ວ່າ: ຜູ້ເສຍຊີວິດສ່ວນຫຼາຍແມ່ນຢູ່ເຂດ Al Haouz ແລະ ໃນຈຳນວນຜູ້ຖືກຮັບບາດເຈັບນັ້ນ, ມີຜູ້ຮັບບາດເຈັບສາຫັດນັບຮ້ອຍຄົນ. ນອກຈາກນັ້ນ, ຍັງມີ ຫຼາຍຄົນພວມຕິດຄ້າງໃນຊາກຫັກພັງ, ວຽກງານກູ້ໄຟກູ້ຊີບ ໄດ້ດຳເນີນ ຕະຫຼອດຄືນ ເພື່ອຊອກຫາບັນດາຜູ້ຍັງມີຊີວິດ.

ຮອດຕອນຄ່ຳວັນທີ 9 ກັນຍາ, ຫຼາຍປະເທດ ແລະ ອົງການຈັດຕັ້ງສາກົນ ໄດ້ສົ່ງສານ ສະແດງຄວາມເສົ້າສະຫຼົດໃຈ ແລະ ສະແດງຄວາມສາມັກຄີກັບປະຊາຊົນ Morocco . ໃນນັ້ນ, ຫຼາຍປະເທດໃນພາກພື້ນໄດ້ຖະແຫຼງກຽມພ້ອມສົ່ງກຳລັງກູ້ໄພກູ້ຊີບ ແລະ ສິນຄ້າຊ່ວຍເຫຼືອມະນຸດສະທຳມາ ເພື່ອໜູນຊ່ວຍ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດແຜ່ນດິນໄຫວ./.

ຕອບກັບ

ຂ່າວ/ບົດ​ອື່ນ