ເຫດແຜ່ນດິນໄຫວຢູ່ ຍີ່ປຸ່ນ ຢັ້ງຢືນ: ມີຜູ້ເສຍຊີວິດ, ແຕ່ບໍ່ທັນມີຂ່າວກ່ຽວກັບການເສຍຊີວິດ ແລະ ຮັບບາດເຈັບຂອງຊາວ ຫວຽດນາມ

(VOVWORLD) -   ໃນຮຸ່ງເຊົ້າວັນທີ 2 ມັງກອນ (ຕາມເວລາທ້ອງຖິ່ນ), ອຳນາດການປົກຄອງທ້ອງຖິ່ນໄດ້ຢັ້ງຢືນວ່າ: ມີຢ່າງໜ້ອຍສຸດ 4 ຄົນເສຍຊີວິດຢູ່ແຂວງ Ishikawa ພາຍຫຼັງເຫດແຜ່ນດິນໄຫວດັ່ງກ່າວ. ປະມານ 30 ຄົນຖືກຮັບບາດເຈັບ. ກ່ວາ 97.000 ຄົນຢູ່ 9 ແຂວງ ໄດ້ຮັບການແນະນຳໃຫ້ອົບພະຍົບຊົ່ວຄາວ.
ເຫດແຜ່ນດິນໄຫວຢູ່ ຍີ່ປຸ່ນ ຢັ້ງຢືນ: ມີຜູ້ເສຍຊີວິດ, ແຕ່ບໍ່ທັນມີຂ່າວກ່ຽວກັບການເສຍຊີວິດ ແລະ ຮັບບາດເຈັບຂອງຊາວ ຫວຽດນາມ - ảnh 1ເຫດໄຟໄໝ້ເກີດຂຶ້ນພາຍຫຼັງເຫດແຜ່ນດິນໄຫວ
(ພາບ: Kyodo/TTXVN)

ວັນທີ 1 ມັງກອນ, ພາຍຫຼັງເຫດແຜ່ນດິນໄຫວມີຄວາມແຮງ 7,6 ຣິດເຕີ, ຢູ່ແຂວງ Ishikawa ແລະ ບັນດາເຂດໃກ້ຄຽງຂອງປະເທດ ຍີ່ປຸ່ນ, ປະເທດນີ້ໄດ້ຢັ້ງຢືນມີການສັ່ນສະເທືອນລະດັບຄວາມແຮງກ່ວາ 2.0 ຣິດເຕີ 87 ຄັ້ງ. ສະຖານີໂທລະພາບ NHK ໄດ້ແຈ້ງເຕືອນມີຄວາມສ່ຽງອາດຈະເກີດການສັ່ນສະເທືອນຢ່າງແຮງໃນເວລາ 1 ອາທິດ, ພິເສດແມ່ນໃນ  2 – 3 ມື້ຈະມາເຖິງນີ້. ໃນຂະນະນັ້ນ, ອົງການອຸຕຸນິຍົມອຸທົກກະສາດ ຍີ່ປຸ່ນ ໄດ້ຫລຸດລະດັບການກ່າວເຕືອນກ່ຽວກັບຄື້ນຟອງຍັກລົງລະດັບກ່າວເຕືອນພາຍຫຼັງເກີດຄື້ນຄັ້ງທຳອິດ.

        ໃນຮຸ່ງເຊົ້າວັນທີ 2 ມັງກອນ (ຕາມເວລາທ້ອງຖິ່ນ), ອຳນາດການປົກຄອງທ້ອງຖິ່ນໄດ້ຢັ້ງຢືນວ່າ: ມີຢ່າງໜ້ອຍສຸດ 4 ຄົນເສຍຊີວິດຢູ່ແຂວງ Ishikawa ພາຍຫຼັງເຫດແຜ່ນດິນໄຫວດັ່ງກ່າວ. ປະມານ 30 ຄົນຖືກຮັບບາດເຈັບ. ກ່ວາ 97.000 ຄົນຢູ່ 9 ແຂວງ ໄດ້ຮັບການແນະນຳໃຫ້ອົບພະຍົບຊົ່ວຄາວ.

        ກໍ່ກ່ຽວຂ້ອງເຖິງເຫດແຜ່ນດິນໄຫວນີ້, ຕອນບ່າຍວັນທີ 1 ມັງກອນ, ສະຖານທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ໄດ້ສ້າງກຸ່ມໄປປະຕິບັດງານ ເພື່ອຢັ້ງຢືນຂໍ້ມູນທີ່ກ່ຽວຂ້ອງເຖິງຄວາມປອດໄພຂອງຊາວ ຫວຽດນາມ ທີ່ດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ບັນດາທ້ອງຖິ່ນທີ່ຖືກຜົນສະທ້ອນຂອງເຫດແຜ່ນດິນໄຫວ. ຮອດເວລາ 21 ໂມງ (ຕາມເວລາທ້ອງຖິ່ນ), ສະຖານທູດບໍ່ທັນໄດ້ຮັບການລາຍງານໃດກ່ຽວກັບການເສຍຊີວິດ ແລະ ຮັບບາດເຈັບຂອງຊາວ ຫວຽດນາມ ຍ້ອນ ເຫດແຜ່ນດິນໄຫວດັ່ງກ່າວ.

 

ຕອບກັບ

ຂ່າວ/ບົດ​ອື່ນ