ເຫດ​ແຜ່ນ​ດິນ​ໄຫວ​ຢູ່ ຕວັກ​ກີ ແລະ ຊີ​ຣີ: ຈຳ​ນວນ​ຜູ້​ປະ​ສົບ​ເຄາະ​ຮ້າຍຍັງ​ມີ​ຕົວ​ເລກ​ເພີ່ມ​ຂຶ້ນ

(VOVWORLD) -ຈຳນວນຜູ້ປະສົບເຄາະຮ້າຍໃນເຫດແຜ່ນດິນໄຫວຄວາມແຮງ 7,8 ຣີກເຕີໄດ້ເກີດຂຶ້ນໃນຕອນເຊົ້າວັນທີ 6 ກຸມພາ ຢູ່ທາງພາກໃຕ້ປະເທດຕວັກກີ ແລະ ເຂດທາງພາກຕາເວັນຕົກສ່ຽງເໜືອ ຊີຣີ ຍັງສືບຕໍ່ເພີ່ມຂຶ້ນ. ນີ້ແມ່ນໜຶ່ງໃນບັນດາເຫດແຜ່ນດິນໄຫວຮຸນແຮງທີ່ສຸດທີ່ເກີດຂຶ້ນຢູ່ຕວັກກີ ໃນໄລຍະ 100 ປີຜ່ານມາ.
ເຫດ​ແຜ່ນ​ດິນ​ໄຫວ​ຢູ່ ຕວັກ​ກີ ແລະ ຊີ​ຣີ: ຈຳ​ນວນ​ຜູ້​ປະ​ສົບ​ເຄາະ​ຮ້າຍຍັງ​ມີ​ຕົວ​ເລກ​ເພີ່ມ​ຂຶ້ນ - ảnh 1ສະຖານທີ່ເກີດເຫດແຜ່ນດິນໄຫວ (ພາບ: AFP/TTXVN)

ຕາມຕົວເລກອັບເດດຫຼ້າສຸດຮອດເວລາ 9 ໂມງ 30 ນາທີ  ເວລາ UTC ວັນທີ 7 ກຸມພາ  ໂດຍລັດຖະບານ ຕວັກກີປະກາດ, ຈຳນວນຜູ້ເສຍຊີວິດຍ້ອນເຫດແຜ່ນດິນໄຫວຢູ່ປະເທດນີ້ ແລະ ຊີຣີ ແມ່ນໄດ້ຂຶ້ນເຖິງກ່ວາ 5.000 ຄົນ, ໃນນັ້ນມີຜູ້ໄດ້ຮັບບາດເຈັບ ເກືອບ 20.500 ຄົນ ແລະ ເຮືອນ 5.775 ຫຼັງຖືກພັງທະລາຍ.

ວັນທີ 6 ກຸມພາ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໃຫ້ຮູ້ວ່າ ບັນດາພະນັກງານຂອງ ສປຊ ພວມມີໜ້າຢູ່ ຕວັກກີ ແລະ ຊີຣີ ເພື່ອຕີລາຄາຄວາມຕ້ອງການ ແລະ ດຳເນີນການໜູນຊ່ວຍຫຼັງເຫດແຜ່ນດິນໄຫວ. ໃນຂະນະນັ້ນ, ອົງການອະນາໄມໂລກ (WHO) ກໍ່ພວມເພີ່ມທະວີການຜັນຂະຫຍາຍບັນດາພະນັກງານສາທາລະນະສຸກຢູ່ນະຄອນ Gaziantep, ທາງພາກໃຕ້ ຕວັກກີ, ພິຈາລະນາພາກພື້ນທີ່ຈຳເປັນຕ້ອງຈັດສົ່ງໜ່ວຍການແພດສຸກເສີນໄປ.

ຕາມກະຊວງການຕ່າງປະເທດ ຫວຽດນາມ ແລ້ວ, ມາຮອດຕອນບ່າຍວັນທີ 6 ກຸມພາ, ຍັງບໍ່ທັນໄດ້ຢັ້ງຢືນຂໍ້ມູນມີພົນລະເມືອງ ຫວຽດນາມ ຖືກຜົນສະທ້ອນຈາກເຫດແຜ່ນດິນໄຫວທີ່ເກີດຂຶ້ນຢູ່ຕວັກກີ ແລະ ຊີຣີ.

ຕອບກັບ

ຂ່າວ/ບົດ​ອື່ນ