ເຫດ​ແຜ່ນ​ດິນ​ໄຫວ​ຢູ່ ໄຕ້​ຫວັນ (ຈີນ): ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ສືບ​ຕໍ່​ເພີ່ມ​ຂຶ້ນ

(VOVWORLD) - ພາຍຫຼັງ 72 ຊົ່ວໂມງທຳອິດນັບແຕ່ເວລາເກີດວິນາດຕະກຳ, ອັດຕາເອົາຕົວລອດຂອງຜູ້ປະສົບເຄາະຮ້າຍໄດ້ຮັບຖືວ່າ ຫຼຸດລົງຢ່າງແຮງ. ເຖິງຢ່າງໃດກໍຕາມ, ກຳລັງກູ້ໄພກູ້ຊີບຍັງຮີບເຮັ່ງການຊອກຫາຜູ້ຫາຍສາຍສູນ.
ເຫດ​ແຜ່ນ​ດິນ​ໄຫວ​ຢູ່ ໄຕ້​ຫວັນ (ຈີນ): ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ສືບ​ຕໍ່​ເພີ່ມ​ຂຶ້ນ - ảnh 1ກຳລັງກູ້ໄພກູ້ຊີບ ສືບຕໍ່ຊອກຫາຜູ້ຫາຍສາບສູນ (ພາບ: AFP/TTXVN)

ຕາມເຈົ້າໜ້າທີ່ ໄຕ້ຫວັນ ແລ້ວ, ໃນ 2 ວັນຜ່ານມາ, ກຳລັງກູ້ໄພກູ້ຊີບໄດ້ພົບເຫັນສາກສົບຕື່ມອີກ 3 ສົບ, ອັນໄດ້ຍົກຈຳນວນຜູ້ປະສົບເຄາະຮ້າຍເສຍຊີວິດໃນເຫດແຜ່ນດິນໄຫວນີ້ຂຶ້ນເປັນ 13 ຄົນ. ພາຍຫຼັງ 72 ຊົ່ວໂມງທຳອິດນັບແຕ່ເວລາເກີດວິນາດຕະກຳ, ອັດຕາເອົາຕົວລອດຂອງຜູ້ປະສົບເຄາະຮ້າຍໄດ້ຮັບຖືວ່າ ຫຼຸດລົງຢ່າງແຮງ. ເຖິງຢ່າງໃດກໍຕາມ, ກຳລັງກູ້ໄພກູ້ຊີບຍັງຮີບເຮັ່ງການຊອກຫາຜູ້ຫາຍສາຍສູນ.

        ເຫດແຜ່ນດິນໄຫວທີ່ມີຄວາມແຮງທີ່ສຸດໃນຮອບເວລາ 25 ປີຜ່ານມາຢູ່ ໄຕ້ຫວັນ ໄດ້ເຮັດໃຫ້ມີຜູ້ຮັບບາດເຈັບກວ່າ 1.100 ຄົນ. ປະຊາຊົນນັບຮ້ອຍຄົນຍັງຕ້ອງໄປລີ້ໄພຢູ່ບ່ອນປອດໄພ, ໃນຂະນະນັ້ນ ອຳນາດການປົກຄອງ ໄດ້ລະດົມເຮືອບິນເຮລີກອັບເຕີໄປຂົນສົ່ງຜູ້ຖືກບາດເຈັບ ແລະ ລຳລຽງເຄື່ອງຊ່ວຍເຫຼືອ ເມື່ອສືບຕໍ່ເກີດມີການສັ່ນສະເທື່ອນ.

        ເຈົ້າໜ້າທີ່ ໄຕ້ຫວັນ (ຈີນ) ໃຫ້ຮູ້ວ່າ ຕວັກກີ ຈະຈັດສົ່ງທິມງານກູ້ໄພກູ້ຊີບ ໄປຍັງເຂດດິນແດນນີ້ເພື່ອຊ່ວຍເຫຼືອວຽກງານຊອກຫາຜູ້ຫາຍສາບສູນ ແລະ ກູ້ໄພກູ້ຊີບ.

ຕອບກັບ

ຂ່າວ/ບົດ​ອື່ນ