ເຫ້ວໄດ້ຮັບການຮັບຮອງວ່າແມ່ນນະຄອນທ່ອງທ່ຽວສະອາດຂອງອາຊຽນ

(VOVWORLD) -ທ່ານ ຫງວຽນວັນຟຸກ, ຮອງຫົວໜ້າພະແນກທ່ອງທ່ຽວແຂວງ ເທື່ອທຽນ - ເຫ້ວ ໃຫ້ຮູ້ວ່າ, ທີ່ເວທີປາໄສທ່ອງທ່ຽວອາຊຽນ 2018 ແລະ ງານຕະຫຼາດນັດການທ່ອງທ່ຽວສາກົນ Travex ຢູ່ໄທ, ເຊິ່ງດຳເນີນໃນທ້າຍເດືອນມັງກອນ 2018 ຜ່ານມາ

ເຫ້ວໄດ້ຮັບການຮັບຮອງວ່າແມ່ນນະຄອນທ່ອງທ່ຽວສະອາດຂອງອາຊຽນ - ảnh 1 ເຫ້ວໄດ້ຮັບການຮັບຮອງວ່າແມ່ນນະຄອນທ່ອງທ່ຽວສະອາດຂອງອາຊຽນ

(ພາບ: tintuc.hues.vn)

ແຂວງ ເທື່ອທຽນ - ເຫ້ວ ໄດ້ຮັບ 2 ລາງວັນໃນພາບດຽວກັນ: ນະຄອນເຫ້ວ ໄດ້ຮັບນາມມະຍົດນະຄອນທ່ອງທ່ຽວສະອາດອາຊຽນ 2018 – 2020 ແລະ ເຂດພັກຜ່ອນບຳລຸງສຸຂະພາບ ລ່າງແຮ່ງເຮືອງ ໄດ້ຮັບນາມະຍົດໂຮງແຮມຂຽວອາຊຽນ 2018 – 2020. ເພື່ອໃຫ້ໄດ້ຮັບຮອງວ່າແມ່ນນະຄອນທ່ອງທ່ຽວສະອາດຂອງອາຊຽນ, ນະຄອນເຫ້ວ ຕ້ອງຮັບປະກັນ 7 ມາດຕະຖານຄື: ຄຸ້ມຄອງສິ່ງແວດລ້ອມ; ຖະໜົນຫົນທາງສະອາດ; ຄຸ້ມຄອງກຳຈັດສິ່ງເສດເຫຼືອ, ນ້ຳເສຍໃຫ້ເປັນຢ່າງດີ; ມີພື້ນຖານໂຄງລ່າງ ແລະ ບັນດາພະຫະນະຄົມມະນາຄົມຮັບໃຊ້ການທ່ອງທ່ຽວທີ່ເໝາະສົມ ແລະ ບັນລຸມາດຕະຖານ…

ຕອບກັບ

ຂ່າວ/ບົດ​ອື່ນ