ເຫຼົ່າ​ທັບ​ປ້ອງ​ກັນ​ອາ​ກາດ - ກອງ​ທັບ​ອາ​ກາດ​ປະ​ຕິ​ບັດ​ແຜນ​ນະ​ໂຍ​ບາຍ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ໂດຍ​ໄວ ແລະ ໄກ​ໃຫ້​ເປັນ​ຢ່າງ​ດີ

(VOVWORLD) -  ຕອນເຊົ້າວັນທີ 19 ຕຸລາ, ຢູ່ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 60 ປີແຫ່ງວັນມູນເຊື້ອ ເຫຼົ່າທັບປ້ອງກັນອາກາດ - ກອງທັບອາກາດ (22/10/1963-22/10/2023).
ເຫຼົ່າ​ທັບ​ປ້ອງ​ກັນ​ອາ​ກາດ - ກອງ​ທັບ​ອາ​ກາດ​ປະ​ຕິ​ບັດ​ແຜນ​ນະ​ໂຍ​ບາຍ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ໂດຍ​ໄວ ແລະ ໄກ​ໃຫ້​ເປັນ​ຢ່າງ​ດີ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 60 ປີແຫ່ງວັນມູນເຊື້ອ ເຫຼົ່າທັບປ້ອງກັນອາກາດ - ກອງທັບອາກາດ  (ພາບ: VOV)

60 ປີ ຜ່ານມາ, ພະນັກງານ, ນັກຮົບເຫຼົ່າທັບປ້ອງກັນອາກາດ - ກອງທັບອາກາດ ຫຼາຍລຸ້ນຄົນ ໄດ້ສ້າງວິລະກຳທີ່ອົງອາດກ້າຫານ ແລະ ຜົນງານດີເດັ່ນພິເສດຫຼາຍຢ່າງ. ເພື່ອສືບຕໍ່ເສີມຂະຫຍາຍມູນເຊື້ອຂອງ ເຫຼົ່າທັບປ້ອງກັນອາກາດ - ກອງທັບອາກາດ ວິລະຊົນ, ປະຕິບັດສຳເລັດໜ້າທີ່ ທີ່ໄດ້ຮັບການມອບໝາຍ, ປົກປັກຮັກສາເຂດນ່ານຟ້າຂອງປະເທດຊາດເປັນຢ່າງດີ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ສະເໜີວ່າ:

ເຫຼີ່າທັບປ້ອງກັນອາກາດ - ກອງທັບອາກາດ ຢຶດໝັ້ນກັບຫຼັກການ ຍາມໃດກໍ່ປະຕິບັດ ແລະ ເພີ່ມທະວີການຊີ້ນຳຢ່າງເດັດຂາດ, ໂດຍກົງໃນທຸກດ້ານຂອງພັກ, ການຄຸ້ມຄອງ, ບໍລິສັດທີ່ມີຈຸດສຸມ, ຄວາມເຫັນດີເປັນເອກະພາບຂອງລັດ ຕໍ່ພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ, ອີງຕາມປະຊາຊົນ, ຖືປະຊາຊົນເປັນກົກ, ປຸກລຸກ, ເສີມຂະຫຍາຍຈິດໃຈສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ມູນເຊື້ອວັດທະນະທຳ, ຮັກຊາດ, ກຳລັງແຮງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ.

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ຕັກເຕືອນ ເຫຼົ່າທັບປ້ອງກັນອາກາດ - ທະຫານປ້ອງກັນຊາດຍົກສູງຄຸນນະພາບວຽກງານຝືກຊ້ອມ, ກຽມພ້ອມການສູ້ຮົບ, ເປັນເຈົ້າດ້ານອາວຸດ, ວັດຖຸອຸປະກອນທີ່ທັນສະໄໝ.

ຕອບກັບ

ຂ່າວ/ບົດ​ອື່ນ