ເອກອັກຄະລັກຖະທູດ ອີຕາລີ ສິນສຸດ ປະຕິບັດໜ້າທີການທູດ ຢູ່ຫວຽດນາມ

ເອກອັກຄະລັກຖະທູດ ອີຕາລີ ສິນສຸດ ປະຕິບັດໜ້າທີການທູດ ຢູ່ຫວຽດນາມ - ảnh 1
(ທ່ານຮອງນາຍົກລັດຖະມົນຕີຟ້າມບິ່ງມິງ
ຕ້ອນຮັບ ທ່ານເອກອັກຄະລັກຖະທູດ ອີຕາລີ)

​(vovworld) - ໃນຕອນແລງວັນທີ 02/03 ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການ​ກະຊວງການຕ່າງປະເທດ ຟ້າມບິ່ງມິງ ໄດ້​ໃຫ້ການຕ້ອນຮັບ ທ່ານເອກອັກຄະລັກຖະທູດ ອີຕາລີ Lorenzo Angeloni ​ເຂົ້າຢ້ຽມອຳລາ​ເນື່ອງໃນໂອກາດສິ້ນສຸດການ​ປະຕິບັດ​ໜ້າ​ທີ​ການ​ທູດ​ຢູ່​ຫວຽດນາມ.

    ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງ​ການຕ່າງປະເທດ  ຟ້າມບິ່ງມິງ ຖືວ່າ ລັດຖະບານ 2 ປະເທດຄວນສືບຕໍ່ມາ​ນະພະຍາຍາມ   ຊຸກຍູ້ພົວພັນຄູ່ຮ່ວມມືຍຸດທະສາດ 2 ປະເທດ​ໃຫ້ພັດທະນາຢ່າງແຮງ,​ ແທດ​ຈິງ ແລະ ມີປະສິດທິຜົນໃນ​ໄລຍະຕໍ່ໄປ. ຄຽງຂ້າງນັ້ນ, 2 ຝ່າຍສືບຕໍ່ສົມທົບກັນ ຢ່າງແໜ້ນແຟ້ນທີບັນດາເວທີປາໄສໃນພາກພື້ນ ແລະ ສາກົນ, ກໍຄືເພີ່ມທະວີການ ແລກປ່ຽນ, ປຶກສາໃນບັນດາບັນຫາທີທັງ 2 ຝ່າຍຕ່າງກໍ່​ມີ​ຄວາມສົນໃຈ. ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການ​ກະຊວງການຕ່າງປະເທດ ຟ້າມບິ່ງມິງ ຕີລາຄາສູງບັນດາການປະກອບສ່ວນ​ຢ່າງ​ຕັ້ງໜ້າ ຂອງທ່ານ ເອກອັກຄະລັກຖະທູດ Lorenzo Angeloni ໃນການຊຸກຍູ້ການພົວພັນ 2 ຝ່າຍ ແລະ ສະ​ແດງ​ຄວາມ​ປາດ​ຖະໜາ​,​ ເຖິງ​ວ່າ​ໃນ​ຖານະ​ຕຳ​ແໜ່​ງ​ໃດ​ກໍ່ຕາມ, ທ່ານ​ເອກ​ອັກຄະ​ລັກ​ຖະທູດ​ຈະ​ສືບ​ຕໍ່​ເອົາ​ໃຈ​ໃສ່ ​ແລະ ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ພັດທະນາສາຍ​ພົວພັນ​ລະຫວ່າງສອງ​ປະ​ເທດ​ກວ່າ​ອີກ.

ຂ່າວ/ບົດ​ອື່ນ