ເອກ​ອັ​ກ​ຄະ​ລັດ​ຖະ​ທູດ ຈີນ ສູງ​ປົວ: ຫວຽດ​ນາມ - ຈີນ ມາ​ນະ​ພະ​ຍາ​ຍາມ​ເພື່ອ​ຄວາມ​ຜາ​ສຸກ​ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດ, ເພື່ອ​ພາ​ລະ​ກິດ​ສັນ​ຕິ​ພາບ ແລະ ກ້າວ​ໜ້າ​ຂອງ​ມວນມະ​ນຸດ

(VOVWORLD) - ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ຫວຽດນາມ ປີມະໂລງ 2024, ນັກຂ່າວສຳນັກຂ່າວສານ ຫວຽດນາມ ໄດ້ສຳພາດທ່ານເອກອັກຄະລັດຖະທູດ ຈີນ ປະຈຳ ຫວຽດນາມ ສູງປົວ ກ່ຽວກັບແງ່ຫວັງການພົວພັນສອງຝ່າຍ ແລະ ບັນດາມາດຕະການຊຸກຍູ້ການຮ່ວມມືໃນບັນດາຂົງເຂດ.
ເອກ​ອັ​ກ​ຄະ​ລັດ​ຖະ​ທູດ ຈີນ ສູງ​ປົວ: ຫວຽດ​ນາມ - ຈີນ ມາ​ນະ​ພະ​ຍາ​ຍາມ​ເພື່ອ​ຄວາມ​ຜາ​ສຸກ​ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດ, ເພື່ອ​ພາ​ລະ​ກິດ​ສັນ​ຕິ​ພາບ ແລະ ກ້າວ​ໜ້າ​ຂອງ​ມວນມະ​ນຸດ - ảnh 1ທ່ານເອກອັກຄະລັດຖະທູດ ສູງປົວ  (ພາບ: TTXVN)

ທ່ານເອກອັກຄະລັດຖະທູດ ສູງປົວ ໄດ້ເຜີຍໃຫ້ຮູ້ຈຸດພົ້ນເດັ່ນໃຫຍ່ທີ່ສຸດໃນການພົວພັນລະຫວ່າງ ຈີນ - ຫວຽດນາມ ໃນໄລຍະມໍ່ໆມານີ້ ແມ່ນການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ, ຕາມຄຳເຊີນຂອງທ່ານເລຂາທິການໃຫຍ່ພັກຄອມມູນິດ ຫວຽດນາມ ຫງວຽນຝູຈ້ອງ.

        ນີ້ແມ່ນເຫດການສຳຄັນທີ່ສຸດໃນການພົວພັນລະຫວ່າງສອງພັກ, ສອງລັດ. ດ້ວຍຄວາມມານະພະຍາຍາມລວມຂອງທັງສອງຝ່າຍ, ການຢ້ຽມຢາມນີ້ ໄດ້ປະສົບຜົນສຳເລັດຢ່າງຈົບງາມ. ຜົນງານດ້ານການເມືອງສຳຄັນທີ່ສຸດແມ່ນເລື່ອງການນຳສູງສຸດຂອງສອງພັກ ໄດ້ປະກາດສ້າງຕັ້ງປະຊາຄົມແບ່ງປັນໃນອະນາຄົດ ຫວຽດນາມ - ຈີນ ທີ່ມີຄວາມໝາຍຍຸດທະສາດ, ມານະພະຍາຍາມເພື່ອຄວາມຜາສຸກຂອງປະຊາຊົນສອງປະເທດ, ເພື່ອພາລະກິດແຫ່ງສັນຕິພາບ ແລະ ຄວາມກ້າວໜ້າຂອງມວນມະນຸດ. ເຫດການດັ່ງກ່າວໄດ້ຢັ້ງຢືນທີ່ຕັ້ງໃໝ່ຂອງການພົວພັນ ຈີນ - ຫວຽດນາມ ແລະ ເປີດໜ້າປະຫວັດສາດໃໝ່ໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຈີນ - ຫວຽດນາມ.

        ກ່ຽວກັບການພົວພັນຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນລະຫວ່າງ ຈີນ - ຫວຽດນາມ, ທ່ານເອກອັກຄະລັດຖະທູດ ສູງປົວ ໃຫ້ຮູ້ວ່າ: ການສົ່ງອອກຂອງ ຫວຽດນາມ ໄປຍັງ ຈີນ ບັນລຸກວ່າ 92 ຕື້ USD, ເພີ່ມຂຶ້ນ  4,8%. ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ລະຫວ່າງ ຈີນ - ຫວຽດນາມ ມີແງ່ຫວັງດີທີ່ສຸດ. ໃນໄລຍະຈະມາເຖິງ, ສອງປະເທດຕ້ອງສືບຕໍ່ຮັກສາທ່ວງທ່າພັດທະນານີ້.    

        ຕາມທ່ານເອກອັກຄະລັດຖະທູດ ສູງປົວ ແລ້ວ, ຈີນ ພ້ອມແລ້ວທີ່ຈະເພີ່ມທະວີການຮ່ວມມືກັບ ຫວຽດນາມ ໃນຂົງເຂດຍານພາຫະນະທີ່ນໍາໃຊ້ພະລັງງານໃໝ່, ໜູນຊ່ວຍ ຫວຽດນາມ ບັນລຸໄດ້ເປົ້າໝາຍຫຼຸດຜ່ອນການປ່ອຍອາຍພິດລົງເປັນ 0 ໃນປີ 2050.      

ຕອບກັບ

ຂ່າວ/ບົດ​ອື່ນ