ເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ: ຫວຽດນາມ ໃນການຊຸກຍູ້ການປະຕິບັດບັນດາເປົ້າໝາຍຍືນຍົງ

(VOVWORLD) - ນະທີ່ນີ້, ທ່ານເອກອັກຄະລັດຖະທູດ Dennis Francis ໄດ້ເນັ້ນໜັກວ່າ ໃນອາຍຸການເຄື່ອນໄຫວຈະເອົາໃຈໃສ່ຊຸກຍູ້ການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ (SDGs)
ເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ: ຫວຽດນາມ ໃນການຊຸກຍູ້ການປະຕິບັດບັນດາເປົ້າໝາຍຍືນຍົງ - ảnh 1ທ່ານເອກອັກຄະລັດຖະທູດ Dennis Francis ແລະ ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ
(ພາບ:VOV)

ວັນທີ 17 ກໍລະກົດ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ມີການເຮັດວຽກກັບທ່ານເອກອັກຄະລັດຖະທູດ Dennis Francis, ປະທານສະມັດຊາໃຫຍ່ ສປຊ  ຊຸດທີ 78 ທັງເປັນຫົວໜາຄະນະຕາງໜ້າ Trinidad and Tobago ປະຈຳ ສປຊ. ນະທີ່ນີ້, ທ່ານເອກອັກຄະລັດຖະທູດ Dennis Francis ໄດ້ເນັ້ນໜັກວ່າ ໃນອາຍຸການເຄື່ອນໄຫວຈະເອົາໃຈໃສ່ຊຸກຍູ້ການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ (SDGs), ໜູນຊ່ວຍບັນດາປະເທດສ້າງ ແລະ ກຳນົດທ່າອ່ຽງພັດທະນາທົ່ວໂລກ ຢູ່ກອງປະຊຸມສຸດຍອດອະນາຄົດເຊິ່ງຈະຈັດຂຶ້ນໃນເດືອນ ກັນຍາ 2024 ໃຫ້ເປັນຮູບປະທຳ. ທ່ານກໍ່ແບ່ງປັນບັນດາຄວາມຈຳເປັນຕ້ອງຊຸກຍູ້ລັດທິຫຼາຍຝ່າຍ, ເຄົາລົບກົດບັດ ສປຊ, ໃນນັ້ນມີບັນດາປະເທດສະມາຊິກຄວນພ້ອມກັນກະທຳ ເພື່ອແນໃສ່ສ້າງສັນຕິພາບ ແລະ ຄວາມໝັ້ນຄົງ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ປົກປັກຮັກສາສິ່ງແວດລ້ອມ…

        ສ່ວນທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ຢັ້ງຢືນວ່າ: ຫວຽດນາມ ຈະສືບຕໍ່ຕັ້ງໜ້າເຂົ້າຮ່ວມການຊຸກຍູ້ບັນດາໂຄງການດຳເນີນງານລວມຂອງປະຊາຄົມສາກົນ ແລະ ຄວາມມານະພະຍາຍາມຊອກຫາມາດຕະການສຳລັບບັນດາສິ່ງທ້າທາຍທົ່ວໂລກ. ທ່ານເອກອັກຄະລັດຖະທູດ ຫວຽດນາມ ຢັ້ງຢືນຄືນໃໝ່ ຄວາມສົນໃຈຂອງ ຫວຽດນາມ ໃນການຊຸກຍູ້ການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ, ລົບລ້າງຄວາມອຶດຫິວ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຮັບປະກັນແຫຼ່ງກຳລັງໃຫ້ແກ່ການພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ