ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວູ​ໂຮ່: ອາ​ຊຽນ ຮ່ວມ​ແຮງ​ຮ່ວມ​ໃຈ​ຊຸກ​ຍູ້​ການ​ຟື້ນ​ຟູ​ເສດ​ຖະ​ກິດ​ຕາມ​ທິດ​ຍືນ​ຍົງ ແລະ ກວມ​ລວມ

(VOVWORLD) -   ເນື່ອງໃນໂອກາດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 42, ທ່ານເອກອັກຄະລັດຖະທູດ ຫວູໂຮ່, ຮັກສາການຫົວໜ້າ SOM ASEAN ໄດ້ຕອບສຳພາດຕໍ່ສື່ມວນຊົນກ່ຽວກັບຄວາມໝາຍກອງປະຊຸມ, ເນື້ອໃນທີ່ໄດ້ນຳມາປຶກສາຫາລື, ເອກະສານຕ່າງໆທີ່ຈະໄດ້ຮັບຮອງເອົາ ແລະ ການປະກອບສ່ວນຂອງຫວຽດນາມ ໃນການເຄື່ອນໄຫວລວມຂອງ ອາຊຽນ.
ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວູ​ໂຮ່: ອາ​ຊຽນ ຮ່ວມ​ແຮງ​ຮ່ວມ​ໃຈ​ຊຸກ​ຍູ້​ການ​ຟື້ນ​ຟູ​ເສດ​ຖະ​ກິດ​ຕາມ​ທິດ​ຍືນ​ຍົງ ແລະ ກວມ​ລວມ - ảnh 1ທ່ານເອກອັກຄະລັດຖະທູດ ຫວູໂຮ່, ຮັກສາການຫົວໜ້າ SOM ASEAN (ພາບ: TTXVN)

ເມື່ອແບ່ງປັນກ່ຽວກັບຄວາມໝາຍ ແລະ ສະພາບການຂອງກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 42 ເຊິ່ງຈະດຳເນີນແຕ່ວັນທີ 9 ພຶດສະພາ - 11 ພຶດສະພາ, ທ່ານເອກອັກຄະລັດຖະທູດ ຫວູໂຮ່ ໃຫ້ຮູ້ວ່າ ກອງປະຊຸມດັ່ງກ່າວຈະຖືກຈັດຂຶ້ນຢູ່ Labuan Bajo - ເຊິ່ງເປັນເກາະໜຶ່ງຢູ່ຫ່າງຈາກນະຄອນຫຼວງ ຈາກາຕາ ປະເທດ ອິນໂດເນເຊຍ ຫຼາຍພໍສົມຄວນ, ເງື່ອນໄຂພັດທະນາ ແລະ ພື້ນຖານໂຄງລ່າງຍັງຈຳກັດຢູ່ ແຕ່ ມີກຳລັງບົ່ມຊ້ອນດ້ານການທ່ອງທ່ຽວຢ່າງໃຫຍ່ຫຼວງ. ເລື່ອງ ອິນໂດເນເຊຍ - ປະທານ ອາຊຽນ 2023 ເລືອກຈັດກອງປະຊຸມຢູ່ສະຖານທີ່ແຫ່ງນີ້ ກໍເປັນການສ່ອງແສງໃຫ້ເຫັນຄວາມຕັດສິນໃຈຂອງບັນດາປະເທດ ສະມາຊິກ ກໍຄື ການຮ່ວມແຮງຮ່ວມໃຈໃນການຊຸກຍູ້ການຟື້ນຟູພື້ນຖານເສດຖະກິດຕາມທິດຍືນຍົງ ແລະ ກວມລວມ. ດ້ວຍຫົວຂໍ້ “ອາຊຽນ ຂອບຂະໜາດໃຫຍ່: ຈຸດໃຈກາງຂອງການເຕີບໂຕ”, ກອງປະຊຸມຄັ້ງນີ້ ຈະສະແດງຄວາມປາດຖະໜາ ແລະ ຄວາມມານະພະຍາຍາມຂອງບັນດາປະເທດສູ້ຊົນນຳ ອາຊຽນ ກາຍເປັນໃຈກາງ, ກຳລັງໜູນຂອງການເຕີບໂຕ ດ້ວຍບົດບາດນຳພາໃນວິວັດທະນາການຮ່ວມມື ແລະ ຮ່ວມສຳພັນເຂດ, ປະກອບສ່ວນເຂົ້າໃນການປະຕິບັດເປົ້າໝາຍລວມ ເພື່ອສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນ.

        ທ່ານເອກອັກຄະລັດຖະທູດກໍໃຫ້ຮູ້ວ່າ ກອງປະຊຸມສຸດຍອດຄັ້ງນີ້ ຄາດວ່າຈະຮັບຮອງເອົາເອກະສານສຳຄັນຫຼາຍສະບັບ ລວມທັງ 3 ຂົງເຂດເສົ້າຄ້ຳ ການເມືອງ - ຄວາມໝັ້ນຄົງ, ເສດຖະກິດ, ວັດທະນະທຳ - ສັງຄົມ ຂອງປະຊາຄົມ ອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ