ເອກ​ອັກ​ຄະ​ລັດ​ຖະ​ທູດ ອີ​ຕາ​ລີ ເສ​ຍ​ຊີ​ວິດ ເມື່ອ​ຂະ​ບວນ​ລົດ​ຂອງ ສ​ປ​ຊ​ຖືກ​ບຸກ​ໂຈມ​ຕີ ຢູ່ ສ​ປ. ກົງ​ໂກ

(VOVWORLD) -ວັນທີ 22 ກຸມພາ, ທ່ານ ປະທານາທິບໍດີ ອີຕາລີ Sergio Mattarella ໄດ້ກ່າວປະນາມເຫດບຸກໂຈມຕີ ເຊິ່ງທ່ານເອີ້ນວ່າ ຕ່ຳຊ້າອັບປີເລັ່ງໃສ່ຂະບວນລົດ.
ເອກ​ອັກ​ຄະ​ລັດ​ຖະ​ທູດ ອີ​ຕາ​ລີ ເສ​ຍ​ຊີ​ວິດ ເມື່ອ​ຂະ​ບວນ​ລົດ​ຂອງ ສ​ປ​ຊ​ຖືກ​ບຸກ​ໂຈມ​ຕີ ຢູ່ ສ​ປ. ກົງ​ໂກ - ảnh 1ທ່ານ Luca Attanasio ເອກອັກຄະລັດຖະທູດ ອີຕາລີ ປະຈຳ ສປ.ກົງໂກ  (ພາບ: ilriformista.it)

ວັນທີ 22 ກຸມພາ, ກະຊວງການຕ່າງປະເທດ ອີຕາລີ ໃຫ້ຮູ້ວ່າ ທ່ານ Luca Attanasio ເອກອັກຄະລັດຖະທູດ ອີຕາລີ ປະຈຳ ສປ.ກົງໂກ ແລະ ພະນັກງານ 2 ຄົນລວມມີ ນາຍທະຫານ ແລະ ຄົນຂັບລົດ ຖືກເສຍຊີວິດ, ເມື່ອເກີດເຫດບຸກຈົມຕີເລັ່ງໃສ່ຂະບວນລົດຂອງ ໂຄງການສະບຽງອາຫານ ສປຊ (WFP) ຢູ່ພາກຕາເວັນອອກ ກົງໂກ. ເຫດການໄດ້ເກີດຂຶ້ນໃນການໄປປະຕິບັດການຄົ້ນຄ້ວາສະພາບການຕົວຈິງຂອງ WFP ຢູ່ພາກຕາເວັນອອກ ກົງໂກ.

ວັນທີ 22 ກຸມພາ, ທ່ານ ປະທານາທິບໍດີ ອີຕາລີ Sergio Mattarella ໄດ້ກ່າວປະນາມເຫດບຸກໂຈມຕີ ເຊິ່ງທ່ານເອີ້ນວ່າ ຕ່ຳຊ້າອັບປີເລັ່ງໃສ່ຂະບວນລົດ.

ໃນຂະນະນັ້ນ, ຫ້ອງວ່າການສິດທິມະນຸດ ສປຊ ປະຈຳ ສປ.ກົງໂກ (UNJHRO) ໄດ້ຢັ້ງຢືນວ່າ “ບັນດາເຫດບຸກໂຈມຕີເລັ່ງໃສ່ຂະບວນລົດ ແລະ ພະນັກງານມະນຸດສະທຳ ໄດ້ສ້າງເປັນໂທດກຳອັນປ່າເຖື່ອນດ້ານສົງຄາມ ແລະ ຈະຖືກກົດໝາຍສາກົນກໍ່ຄືປະເທດນີ້ລົງໂທດ. ການສຳຜັດຊ່ວຍເຫຼືອດ້ານມະນຸດສະທຳ ແມ່ນສິດພື້ນຖານ ແລະ ບັນດາພະນັກງານຊ່ວຍເຫຼືອດ້ານມະນຸດສະທຳຕ້ອງໄດ້ຮັບການສຳຜັດກັບສາມັນຊົນຢ່າງເສລີ.”

ຕອບກັບ

ຂ່າວ/ບົດ​ອື່ນ