ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ​ປະ​ຈຳ ອານ​ເຊ​ຣ​ີ​ພົບ​ປະ​ແລະ ເຮັດ​ວຽກ​ກັບ​ຜູ້​ຕາ​ງ​ໜ້າ ບັນ​ດາສະ​ຫະ​ພັນ ແລະ ວິຊ​າ​ມວຍ​ພື້ນ​ເມືອງ ຫວຽດ​ນາມ

(VOVWORLD) - ວັນທີ 13 ກຸມພາ, ສະຖານທູດ ຫວຽດນາມ ປະຈຳ ອານເຊຣີ ໄດ້ຈັດຕັ້ງການພົບປະ ແລະ ເຮັດວຽກກັບຄະນະການນຳສະຫະພັນ ເຊີນລອງກວຽນທວດ ແລະ ຜູ້ຕາງໜ້າວິຊາມວຍພື້ນເມືອງ ຫວຽດນາມ ຢູ່ປະເທດປະຈຳຖິ່ນ ຄື ບິ່ງດິງຢາ, ແທັງລອງ… 
ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ​ປະ​ຈຳ ອານ​ເຊ​ຣ​ີ​ພົບ​ປະ​ແລະ ເຮັດ​ວຽກ​ກັບ​ຜູ້​ຕາ​ງ​ໜ້າ ບັນ​ດາສະ​ຫະ​ພັນ ແລະ ວິຊ​າ​ມວຍ​ພື້ນ​ເມືອງ ຫວຽດ​ນາມ - ảnh 1 ບັນດາຜູ້ແທນຖ່າຍຮູບທີ່ການພົບປະ (ພາບ: baoquocte.vn)

ກ່າວຄຳເຫັນທີ່ການພົບປະ ທ່ານຫງວຽນແທັງວິງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອານເຊຣີ ໄດ້ຕີລາຕາສູງ ຄວາມນິຍົມຮັກແພງ ແລະ ຮຽນວິຊາມວຍພື້ນເມືອງ ຫວຽດນາມ ຂອງ ຊາວໜຸ່ມອານເຊຣີ, ພ້ອມທັງເນັ້ນໜັກເຖິງຈິດໃຈຮັກມັກວິຊາມວຍຂອງວັດທະນະທຳ ຫວຽດນາມ ຜ່ານການຝຶກແອບວິຊາມວຍພື້ນເມືອງ. ເນື່ອງໃນໂອກາດນີ້, ທ່ານ ເອກອັກຄະລັດຖະທູດ ຢັ້ງຢືນວ່າ ສະຖານທູດຈະສືບຕໍ່ສົມທົບຢ່າງແໜ້ນແຟ້ນ, ໜູນຊ່ວຍ ແລະ ສ້າງເງື່ອນໄຂເພື່ອຊຸກຍູ້ການພັດທະນາຂະບວນການຮຽນວິຊາມວຍພື້ນເມືອງຫວຽດນາມ ຢູ່ ອານເຊຣີ ໃຫ້ຫຼາຍກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ