ເອກອັກຄະລັດຖະທູດຫວຽດນາມປະຈຳSlovakiaຍື່ນສານຕາຕັ້ງຕໍ່ປະທານາທິບໍດີSlovakia

ເອກອັກຄະລັດຖະທູດຫວຽດນາມປະຈຳSlovakiaຍື່ນສານຕາຕັ້ງຕໍ່ປະທານາທິບໍດີSlovakia - ảnh 1
​ທ່ານ​ນາງ ໂຮ່​ດັກ​ມິງ​ຫງວຽດ ແລະ ທ່ານປະ​ທາ​ນາ​ທິ​ບໍ​ດີ ສ. Slovakia Andrej Kiska

(vovworld) - ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນ​ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ສ​ສ​ ຫວຽດ​ນາມ ປະ​ຈຳ ສ. Slovakia ໂຮ່​ດັກ​ມິງ​ຫງວຽດ ຫາກໍ່​ຍື່​ນ​ສານ​ຕາ​ຕັ້ງ​ຂອງ​ທ່ານ​ປະ​ທານ​ປ​ະ​ເທດ ຫວຽດ​ນາມ ເຈືອງ​ເຕີນ​ຊາງ ຕໍ່​ປະ​ທາ​ນາ​ທິ​ບໍ​ດີ ສ. Slovakia Andrej Kiska. ທີ່​ການ​ຕ້ອນ​ຮັບ​ພາຍຫຼັງ​ພິ​ທີ​ຕ້ອນ​ຮັບ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Andrej Kiska ສະ​ເໜີ​ໃຫ້​ທ່ານ​ນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ໂຮ່​ດັກ​ມິງ​ຫງວຽດ ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ກັບ​ບັນ​ດາ​ອົງ​ການ, ກະ​ຊ​ວງ, ຂະ​ແໜງ​ການ, ອົງ​ກາ​ນ​ຈັດ​ຕັ້ງ, ວິ​ສາ​ຫະ​ກິດ, ມະ​ຫາ​ວິ​ທະ​ຍາ​ໄລ​ຂອງ Slovakia ເພື່​ອ​ແນ​ໃສ່​ເຮັດ​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ ເລິກ​ເຊິ່ງ​ກ່​ວາ​ອີກ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ການ​ຄ້າ, ການ​ລົງ​ທຶນ, ການ​ສຶກ​ສາ, ພະ​ລັງ​ງານ, ການ​ທ່ອງ​ທ່ຽວ… ສ່ວນທ່ານ​ນາງ​ ໂຮ່​ດັກ​ມິງ​ຫງວຽດ ຢືນ​ຢັນ​ວ່າ: ຫວຽດ​ນາມ ນັບຖື​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີ​ງາມ ​ທີ່​ມີ​ມາ​ເປັນເວ​ລາ​ເກືອບ 65 ປີ​ລະ​ຫວ່າງ ຫວຽດ​ນາມ ແລະ Slovakia, ຖືນີ້​ແມ່​ນ​ຊັບ​ສົນ​ບັດ​ອ​ັນ​ລ້ຳ​ຄ່າ​ເຊິ່ງ 2 ປະ​ເທດ​ຄວນ​ສືບ​ຕໍ່​ເພີ່ມ​ພູນ​ຄູນ​ສ້າງ ແລະ ພັດ​ທະ​ນາ​ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ 2 ປະ​ເທດ. ທ່ານ​ນາງກໍ່​ຢືນ​ຢັນ​ຈະ​ມາ​ນະ​ພະ​ຍາ​ຍາມ​ປະ​ຕິ​ບັດ​ສຳ​ເລັດ​ພາ​ລະ​ໜ້າ​ທີ່​ຂອງ​ຕົນ, ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພົວ​ພັນ 2 ຝ່າຍ​ໃຫ້​ນັບ​ມື້​ນັບ​ພັດ​ທະ​ນາ​ອັນ​ດີ​ງາມ​ຍິ່ງ​ຂຶ້ນ.

 


ຂ່າວ/ບົດ​ອື່ນ