ເອກອັກຄະລັດຖະທູດຫວຽດນາມຢູ່ຈີນຕ້ອນຮັບເລຂາຄະນະພັກເຂດປົກຄອງຕົນເອງເຜົ່າຈວາງ

ເອກອັກຄະລັດຖະທູດຫວຽດນາມຢູ່ຈີນຕ້ອນຮັບເລຂາຄະນະພັກເຂດປົກຄອງຕົນເອງເຜົ່າຈວາງ - ảnh 1
ທ່ານ ດັ້ງ​ມີ​ງຄອຍ, ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ​ຈີນຕ້ອນ​ຮັບຄະ​ນະ​ຜູ້​ແທນ​ແຂວງ ກວາງ​ຊີ



(vovworld)-ຕອນ​ບ່າຍ​ວັນ​ທີ11/3, ທ່ານ ດັ້ງ​ມີ​ງຄອຍ, ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ​ຈີນ ໄດ້​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ແຂວງ ກວາງ​ຊີ ໂດຍ​ທ່ານ​ ເຜິງ​ຈີງ​ຂວາ, ເລ​ຂາ​ຄະ​ນະ​ພັກ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ​ວາງ ນຳ​ຫນ້າ. ນະ​ທີ່ນີ້, ທ່ານ ດັ້ງ​ມີງ​ຄອຍ ໄດ້​ຢືນ​ຢັນ​ວ່າ: ພັກ, ລັດ​ຖະ​ບານ ແລະ ປະ​ຊາ​ຊົນ​ຫວຽດ​ນາມ ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ກັບ​ຈີນ, ໃນ​ນັ້ນ ມີ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ທ້ອງ​ຖິ່ນ​ຂອງ​ຫວຽດ​ນາມ ກັບ​ແຂວງ ກວາງ​ຊີ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ສະ​ເຫນີ​ບາງ​ຂົງ​ເຂດ​ທີ່​ສອງ​ຝ່າຍ​ຄວນ​ສຸມ​ໃສ່​ຊຸກ​ຍູ້​ໃນ​ໄລ​ຍະ​ຈະ​ມາ​ເຖິງ​ຄື: ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ລະ​ຫວ່າງ​ການ​ນຳ​ບັນ​ດາ​ທ້ອງ​ຖິ່ນ​ຫວຽດ​ນາມ ແລະ ການ​ນຳ​ແຂວງ ກວາງ​ຊີ, ຍູ້​ແຮງ​ການ​ຮ່ວມ​ມື​ເສດ​ຖະ​ກິດ ການ​ຄ້າ ແລະ ການ​ລົງ​ທຶນ, ຊຸກ​ຍູ້​ການ​ພົບ​ປະ​ແລກ​ປ່ຽນ​ປະ​ຊາ​ຊົນ. ສ່ວນ​ທ່ານ​ເລ​ຂາ​ຄະ​ນະ​ພັກ​ເຂດ​ປົກ​ຄອງ​ຕົນ​ເອງເຜົ່າ​ຈ​ວາງ ໄດ້​ເຫັນ​ດີ​ຕໍ່​ບັນ​ດາ​ຂໍ້​ສະ​ເຫນີ​ຂອງ​ທ່ານ​ເອກ​ອັກ​ຄະ​ລັດ​ຖ​ະ​ທູດ ກ່ຽວ​ກັບ​ການ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ, ພ​້ອມ​ທັງ​ແລກ​ປ່ຽນ​ກ່ຽວ​ກັບ​ບັນ​ດາ​ການ​ຮ່ວມ​ມື​ລະ​ອຽດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

 

ຂ່າວ/ບົດ​ອື່ນ