ເອກະສານກ່ຽວກັບອະທິປະໄຕໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ

ເອກະສານກ່ຽວກັບອະທິປະໄຕໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ - ảnh 1
ທ່ານ ເຈີນຖັ໋ງ ໄດ້​ຮຽບຮຽງ​ແຜນ​ທີ່ນັບ​ຮ້ອຍ​ແຜ່ນ ​ແລະ ເອກະສານ
ພິສູດ​ອະທິປະ​ໄຕ​ຂອງ​ຫວຽດນາມ ທີ່​ມີ​ຕໍ່​ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ
(ພາບ: nguyensinhhung.net)

(vovworld) – ວັນ​ທີ 8/1, ສະ​ຖາ​ບັນ​ຄົ້ນ​ຄ້ວາ ​ເສດຖະກິດ - ສັງຄົມ​ນະຄອນ​ດ່າ​ໜັງ ​ແລະ ຄະນະ​ກຳມະການ​ປະຊາຊົນ​ເມືອງ​ເກາະ ຮ່ວາງ​ຊາ ​ໄດ້​​ປະກາດ​ຫຼັກ​ຖານ​​ນິຕິ​ກຳ​ ກ່ຽວ​ກັບ​ອະທິປະ​ໄຕ​ຂອງ​ຫວຽດນາມ ສຳ​ຫຼັບ​ໝູ່​ເກາະ ​ຮ່ວາງຊາ ​ແລະ ​ເຈື່ອງ​ຊາ, ບັນດາ​ເອກະສານ​ນີ້​​ໂດຍ​ຝ່າຍ​ຈີນ ພິມຈຳໜ່າຍ. ທ່ານ ​ເຈີ​ນຖັ໋ງ, ​ເຊິ່ງ​ແມ່ນ​ຊາວ​ຫວຽດນາມ ອາ​ໄສ​ຢູ່ ອາ​ເມ​ລິ​ກາ ​ໄດ້​ຮຽບຮຽງ​ແຜນ​ທີ່ນັບ​ຮ້ອຍ​ແຜ່ນ ​ແລະ ເອກະສານພິສູດ​ອະທິປະ​ໄຕ​ຂອງ​ຫວຽດນາມ ທີ່​ມີ​ຕໍ່​ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ. ບັນດາ​ເອກະສານ​ລວມມີ: ປື້​ມ atlas ​ແຜນ​ທີ່​ໄປສະນີ​ຂອງ​ຈີນປີ 1919 ​ໂດຍ​ກະຊວງ​ຄົມມະນາຄົມ ປະ​ເທດ​ຈີນ ພິມຈຳໜ່າຍ​ຢູ່ ໜານ​ຈິງ . ປື້​ມ​ໄດ້​ສະ​ແດງ​​ໃຫ້​ເຫັນ​ວ່າ​ບ່ອນ​ໃຕ້ສຸດ​​ຂອງ​ຈີນ ​ແມ່ນເກາະ ​ໄຫ​ໜາມ. ດ້ວຍ​ແຜນ​ທີ່ 150 ​ແຜ່ນ, ​ເຊິ່ງລວມມີ​ແຜນ​ທີ່ຕົ້ນ​ສະບັບ 110 ​ແຜ່ນ ​ແລະ ​ແຜນ​ທີ່ພິມ​ໃໝ່ 40 ​ແຜ່ນ, ລວມມີ​ແຜນ​ທີ 80​ ​ແຜ່ນ​ໂດຍ​ຝ່າຍ​ຕາ​ເວັນ​ຕົກ​ພິມຈຳໜ່າຍ​ແຕ່​ປີ 1626 ​ເຖິງປີ 1980 ທີ່ກຳນົດ​ວ່າເຂດ​ໃຕ້​ສຸດ​ຂອງ​ຈີນ ​ແມ່ນ ​ເກາະ​ໄຫ​ໜາມ, ​ແຜນ​ທີ່ 50 ​ແຜ່ນ​ສະ​ແດງ​​ໃຫ້​ເຫັນ​ວ່າ​ໝູ່​ເກາະ ​ເຈື່ອງ​ຊາ ​ແລະ ຮ່ວາງ​ຊາ ​ຂຶ້ນ​ກັບຜືນ​ແຜ່ນດິນ​ຂອງ​ຫວຽດນາມ, ​ແຜນທີ່​ເດີນ​ທະ​ເລ 10 ​ແຜ່ນສະ​ແດງ​ວ່າ​ໝູ່​ເກາະ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ ນອນ​​ໃນ​ເຂດນ່ານທະເລຂອງ​ຫວຽດນາມ. Atlas 3 ​ເຫຼັ້ມ​ທີ່​ຈຳໜ່າຍ​ມ​ໃນປີ 1908, 1919 ​ແລະ 1933. ​ໃນ​ແຜນ​ທີ່​ນີ້, ​ອະທິປະ​ໄຕ​ຂອງ​ຈີນ ບົນ​ທະ​ເລ​ຖືກກຳນົດ​ວ່າ​ຮອດ​ເກາະ ​ໄຫ​ໜານ. ຕາມ​ທ່ານ ​ເຈີ​ນ​ຖັງ ​ແລ້ວ, ຈຳນວນ​ເງິນ​ເພື່​ອຊື້ atlas 3 ​ເຫຼັ້ມ ​ແລະ ​ແຜນ​ທີ່ 150 ​ແຜ່ນ​ປະມານ 13.000 USD, ​ໃນ​ນັ້ນ​ຄະນະ​ກຳມະການ​ປະຊາຊົນ​ເມືອງ ຮ່ວາງ​ຊາ, ນະ​ຄອນ​ດ່າ​ໜັງ​ປະກອບຈຳນວນ​ເງິນ 3.000 USD, ຊາວ​ຫວຽດນາມ ອາ​ໄສ​ຢູ່​ອາ​ເມ​ລິ​ກາ ປະກອບ​ 5.000 USD, ສ່ວນ​ຍັງ​ເຫຼືອ​ແມ່ນ​ທ່ານ​ເອງ​ປະກອບ​ດ້ວຍ​ຄວາມ​ສະໝັກ​ໃຈ.

ຂ່າວ/ບົດ​ອື່ນ