ເອີ​ຣົບ ຕົກ​ລົງ​ເຫັນ​ດີ​ປິດ​ປະ​ຕູ​ຊາຍ​ແດນ​ໃນ​ຮອບ​ເວ​ລາ 30 ​ວັນ

(VOVWORLD) -       ວັນທີ 17 ມີນາ, ສະຫະພາບເອີຣົບ (ອີຢູ) ໄດ້ປະກາດຢ່າງເປັນທາງການກ່ຽວກັບການຈັດວາງຄຳສັ່ງຫ້າມເຂົ້າເມືອງຂອງກຸ່ມນີ້, ເວັ້ນເສຍແຕ່ພົນລະເມືອງບັນດາປະເທດຂຶ້ນກັບສະຫະສະມາຄົມການຄ້າເສລີເອີຣົບ (EFTA) ແລະ ອັງກິດ.
ເອີ​ຣົບ ຕົກ​ລົງ​ເຫັນ​ດີ​ປິດ​ປະ​ຕູ​ຊາຍ​ແດນ​ໃນ​ຮອບ​ເວ​ລາ 30 ​ວັນ - ảnh 1ຮ້ານອາຫານແຫ່ງຕ່າງໆຢູ່ປາຣີ ປິດຮ້ານ ຍ້ອນໂລກລະບາດ Covid-19 (ພາບ: THX/TTXVN) 

  ຄຳສັ່ງດັ່ງກ່າວ ຈະມີຜົນບັງຄັບໃຊ້ພາຍໃນ 30 ວັນ. ອີຢູ ພວມສົມທົບກັນກະທຳ ເພື່ອສົ່ງບັນດາພົນລະເມືອງທີ່ຖືກຕິດຄ້າງຢູ່ບັນດາປະເທດນອກກຸ່ມອີຢູກັບເມືອປະເທດ.

        ນອກຈາກຄຳສັ່ງຫ້າມດັ່ງກ່າວແລ້ວ, ບັນດາການນຳ ອີຢູ ກໍປຶກສາຫາລືກ່ຽວກັບການແກ້ໄຂບັນດາຜົນຮ້າຍຢ້ອນຫຼັງອັນໜັກໜ່ວງທາງດ້ານເສດຖະກິດ ຍ້ອນໂລກລະບາດ Covid-19, ໃນນັ້ນ ບັນດາປະເທດໄດ້ເຫັນດີເປັນເອກະພາບຮັກສາການຈໍລະຈອນສິນຄ້າ. ໃນຂະນະນັ້ນ, ຫຼາຍປະເທດສະມາຊິກຂອງ ອີຢູ ກໍປະກາດບັນດາບ້ວງເງິນໜູນຊ່ວຍເສດຖະກິດ.  ໃນສະພາບການໂລກລະບາດ Covid-19 ສືບຕໍ່ມີການຜັນແປຢ່າງສັບສົນ, ລັດຖະມົນຕີກະຊວງການເງິນບັນດາປະເທດສະມາຊິກ ອີຢູ ໄດ້ເຊັນອະນຸມັດບັນດາຂໍ້ສະເໜີຂອງຄະນະກຳມະການເອີຣົບ, ໃນນັ້ນ ມີຂໍ້ສະເໜີ ລົບລ້າງບັນດາຂໍ້ກຳນົດທີ່ກ່ຽວຂ້ອງເຖິງເລື່ອງ ບັນດາປະເທດສະມາຊິກມີລາຍຈ່າຍເກີນດຸ່ນເພ. ບັນດາຂໍ້ສະເໜີເຫຼົ່ານັ້ນ ຈະຕິດຂັດໄປພ້ອມກັບບັນດາມາດຕະການກະຕຸ້ນເສດຖະກິດຂອງທະນາຄານສູນກາງເອີຣົບ.

ຕອບກັບ

ຂ່າວ/ບົດ​ອື່ນ