ເອີ​ຣົບ ສືບ​ຕໍ່​ແມ່ນ​ຈຸດ​ຮ້ອນ​ເຮັ່ງ​ຂອງ​ໂລກ​ລະ​ບາດ​ໂຄວິດ - 19 ໃນ​ໂລກ

(VOVWORLD) - ໃນ 24 ຊົ່ວໂມງຜ່ານມາ, ທົ່ວໂລກມີຜູ້ຕິດເຊື້ອລາຍໃໝ່ກວ່າ 2,45 ລ້ານຄົນ, ໃນນັ້ນ ອາເມລິກາ ຢັ້ງຢືນມີຈຳນວນຜູ້ຕິດເຊື້ອສູງສຸດ ດ້ວຍກວ່າ 624.000 ຄົນ, ຖັດຈາກນັ້ນແມ່ນ ຝລັ່ງ, ອັງກິດ, ອີຕາລີ ແລະ ແອັດສະປາຍ.
ເອີ​ຣົບ ສືບ​ຕໍ່​ແມ່ນ​ຈຸດ​ຮ້ອນ​ເຮັ່ງ​ຂອງ​ໂລກ​ລະ​ບາດ​ໂຄວິດ - 19 ໃນ​ໂລກ - ảnh 1ຢູ່ ອົດສະຕາລີ (ພາບ: AFP/TTXVN)

    ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງເຊົ້າຂອງວັນທີ 6 ມັງກອນ (ຕາມເວລາ UTC), ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກວ່າ 298 ລ້ານຄົນ, ໃນນັ້ນ ມີຜູ້ເສຍຊີວິດກວ່າ 5,48 ລ້ານຄົນ.

        ໃນ 24 ຊົ່ວໂມງຜ່ານມາ, ທົ່ວໂລກມີຜູ້ຕິດເຊື້ອລາຍໃໝ່ກວ່າ 2,45 ລ້ານຄົນ, ໃນນັ້ນ ອາເມລິກາ ຢັ້ງຢືນມີຈຳນວນຜູ້ຕິດເຊື້ອສູງສຸດ ດ້ວຍກວ່າ 624.000 ຄົນ, ຖັດຈາກນັ້ນແມ່ນ ຝລັ່ງ, ອັງກິດ, ອີຕາລີ ແລະ ແອັດສະປາຍ.

        ເອີຣົບ ສືບຕໍ່ແມ່ນຈຸດຮ້ອນເຮັ່ງຂອງໂລກລະບາດໂຄວິດ - 19 ຢູ່ໃນໂລກ ເມື່ອກວມເອົາເຖິງກວ່າ 50% ຍອດຈຳນວນຜູ້ຕິດເຊື້ອລາຍໃໝ່ພາຍໃນວັນຂອງທົ່ວໂລກ. ບັນດາປະເທດ ເອີຣົບ ຄື ໂຮນລັງ, ກຣົດຊີ,… ລ້ວນແຕ່ຢັ້ງຢືນມີຈຳນວນຜູ້ຕິດເຊື້ອໃໝ່ພາຍໃນວັນເພີ່ມຂຶ້ນລະດັບສະຖິຕິ.

        ໃນຂະນະນັ້ນ, ອົງການອະນາໄມໂລກ (WHO) ໄດ້ແຈ້ງໃຫ້ຊາບກ່ຽວກັບການກາຍພັນຂອງເຊື້ອໄວຣັ້ດ SARS – CoV – 2, ໂດຍມີຊື່ວ່າ IHU ຫຼື B.1.640.2 ເຊິ່ງກວດພົບເທື່ອທຳອິດຢູ່ ຝລັ່ງ ໃນທ້າຍປີ 2021 ເຮັດໃຫ້ວົງການນັກຊ່ຽວຊານມີຄວາມວິຕົກກັງວົນ ອາດຈະຕ້ານຄືນວັກຊິນຊະນິດຕ່າງໆໃນປັດຈຸບັນ, ເຖິງວ່າ ເຊື້ອໄວຣັດດັ່ງກ່າວ ເບິ່ງຄືວ່າອາດຈະແຜ່ລາມບໍ່ໄວກໍຕາມ ແຕ່ມັນກໍແຜ່ລາມໄປທົ່ວໂລກແລ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ