ເອີລົບ ຄາດວ່າຈະຈັດສົ່ງທະຫານຮັກສາສັນຕິພາບກວ່າ 10.000 ຄົນໄປຍັງ ຢູແກຼນ

(VOVWORLD) - ກວ່າ 35 ປະເທດກໍ່ເຫັນດີສະໜອງອາວຸດ, ເຄື່ອງອຸປະກອນ, ໜູນຊ່ວຍດ້ານເຕັກນິກ ແລະ ສືບລາຊະການລັບໃຫ້ພາລະກຳມີຄວາມສາມາດບົ່ມຊ້ອນດັ່ງກ່າວ.

ວັນທີ 16 ມີນາ, ໜັງສືພິມ The Times ຂອງ ອັງກິດ ໄດ້ຄັດສະເໜີແຫຼ່ງຂ່າວດ້ານການທະຫານ ອັງກິດ ໂດຍໃຫ້ຮູ້ວ່າ, ບັນດາປະເທດ ເອີລົບ ມີແຜນການຜັນຂະຫຍາຍກຳລັງຮັກສາສັນຕິພາບໄປຍັງ ຢູແກຼນ ເມື່ອບັນດາຝ່າຍບັນລຸໄດ້ຂໍ້ຕົກລົງຢຸດຍິງລະຫວ່າງ ລັດເຊຍ - ຢູແກຼນ.

ຕາມ The Times ແລ້ວ, ເຖິງວ່າກຳລັງສ່ວນຫຼາຍຈະມາຈາກ ອັງກິດ ແລະ ຝລັ່ງ ກໍ່ຕາມ, ແຕ່ທ່ານນາຍົກລັດຖະມົນຕີ ອັງກິດ Keir Starmer ກໍ່ໄດ້ບັນລຸຜົນສຳເລັດໃນການດຶງດູດຫຼາຍປະເທດເຂົ້າຮ່ວມກວ່າ ເມື່ອທຽບໃສ່ 3 ປະເທດໃນເບື້ອງຕົ້ນທີ່ສະເໜີຈັດສົ່ງກຳລັງທະຫານໄປ ຢູແກຼນ. ກວ່າ 35 ປະເທດກໍ່ເຫັນດີສະໜອງອາວຸດ, ເຄື່ອງອຸປະກອນ, ໜູນຊ່ວຍດ້ານເຕັກນິກ ແລະ ສືບລາຊະການລັບໃຫ້ພາລະກຳມີຄວາມສາມາດບົ່ມຊ້ອນດັ່ງກ່າວ.

ເຖິງຢ່າງໃດກໍ່ຕາມ, ຕົ້ນເດືອນ ເມສາ, ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergey Lavrov ຖະແຫຼງວ່າ ການມີໜ້າຂອງກຳລັງທະຫານຂອງບັນດາປະເທດຂຶ້ນກັບ NATO ຢູ່ດິນແດນ ຢູແກຼນ ລ້ວນແຕ່ແມ່ນໄພນາບຂູ່ສຳລັບ ລັດເຊຍ. ລັດເຊຍ ຈະບໍ່ຍອມຮັບສິ່ງດັ່ງກ່າວໃນບໍ່ວ່າກໍລະນີໃດ.

ຕອບກັບ

ຂ່າວ/ບົດ​ອື່ນ