ໄຂງານບຸນເຈົ້າແມ່ກວນອີນ ງູແຮ່ງເຊີນ, ນະຄອນ ດ່ານັ້ງ

(VOVWORLD) - ງານບຸນປີນີ້ມີຫຼາຍການເຄື່ອນໄຫວວັດທະນະທຳ, ກິລາ, ການເຫຼື້ອມໄສເຊື່ອຖື, ສາສະໜາ, ການສົນທະນາ.
ໄຂງານບຸນເຈົ້າແມ່ກວນອີນ ງູແຮ່ງເຊີນ, ນະຄອນ ດ່ານັ້ງ - ảnh 1(ພິທີໄຂງານບຸນ)

ຕອນຄ່ຳວັນທີ 16 ມີນາ, ຢູ່ວັດ ເຈົ້າກວນອີນ, ເມືອງ ງູແຮ່ງເຊີນ, ນະຄອນ ດ່ານັ້ງ, ໄດ້ຈັດພິທີໄຂງານບຸນ ເຈົ້າແມ່ກວນອີນ ງູແຮ່ງເຊີນ ປີ 2025. ໂດຍໄດ້ຈັດຂຶ້ນແຕ່ວັນທີ 16 – 19 ມີນາ, ຄາດວ່າ, ງານບຸນຈະດຶງດູດແຂກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດນັບພັນຄົນເຂົ້າຮ່ວມ.

ງານບຸນປີນີ້ມີຫຼາຍການເຄື່ອນໄຫວວັດທະນະທຳ, ກິລາ, ການເຫຼື້ອມໄສເຊື່ອຖື, ສາສະໜາ, ການສົນທະນາ. ພ້ອມກັນນັ້ນ, ງານບຸນຍັງຈັດບັນດາການເຄື່ອນໄຫວ, ຄື: ຊ່ວງເຮືອ, ດຶງເຊືອກ… ທ່ານ ເຈິ່ນຈິເກື່ອງ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ດ່ານັ້ງ, ໃຫ້ຮູ້ວ່າ:

“ຍາມໃດງານບຸນກໍ່ແມ່ນຈຸດນັດພົບທີ່ດຶງດູດໃຈບໍ່ພຽງແຕ່ແຂກທ່ອງທ່ຽວທີ່ມາຈາກທົ່ວທຸກສາລະທິດຢູ່ພາຍໃນ ແລະ ຕ່າງປະເທດເທົ່ານັ້ນ, ຫາກຍັງແມ່ນໂອກາດເພື່ອໃຫ້ແຂກທ່ອງທ່ຽວໄດ້ເຊື່ອມຕົວ ແລະ ຊອກຮູ້ບັນດາຈຸດຄຸນຄ່າທາງດ້ານຈິດໃຈທີ່ເຂັ້ນຂຸ້ນໄປດ້ວຍຈຸດປະຫວັດສາດ - ວັດທະນະທຳສາສະໜາພູດ ຫວຽດນາມ, ກໍຄືການພົວພັນແລກປ່ຽນວັດທະນະທຳຂອງບັນດາປະຊາຊາດໃນໂລກ, ພິເສດແມ່ນບັນດາປະເທດຢູ່ພາກພື້ນ ອາຊີ - ປາຊີຟິກ.”

ຕອບກັບ

ຂ່າວ/ບົດ​ອື່ນ